ຈາກຜູ້ໃຊ້ເຟສບຸກຊື່Lexlex Alex ໄດ້ໂພສວ່າ: ເອົາເລື່ອງບໍ່ດີກ່ອນ: ເກືອບຕາຍຢູ່ທາງດ່ວນ ຈັກຄວາມຊວຍຫລືແນວໃດ ລົດໃຫມ່ໆຫາກະຊື້ທີ 23.7.2021ອອກສູນ ຫາກະ2ເດືອນນ້ອຍໆສະພາບຕາມທີ່ເຫັນ.

ເລື່ອງທີ່ດີກະຄື:ບໍ່ຮູ້ວ່າບຸນຫລືແນວໃດທີ່ມີ ອ້າຍໆກູ້ໄພເພິ່ນຂີ່ລົດມາພໍດີເພິ່ນເຫັນ ເພິ່ນກະບໍ່ຊັກຊ້າມາຖາມແລ້ວຈັດການຕາມທີ່ເຫັນ ບໍ່ຮູ້ຈະຂອບໃຈແນວໃດ ທີ່ເພິ່ນຊ່ວຍເຫລືອຄັ້ງນີ້ ທັງ3ຄົນອ້າຍໆເພິ່ນ ທັງແດດທັງຫຍັງເພິ່ນກະບໍ່ຫວັ່ນເຮັດໃຫ້ຈົນແລ້ວປອດໄພໂດຍທີ່ເພິ່ນບໍ່ຫວັງຜົນຫຍັງນຳຊ່ວຍເຫລືອດ້ວຍນ້ຳໃຈ

ຄົນດີໆຍັງມີຫລາຍ ຂ້ອຍເຊື່ອໃນບຸນກຸສົນຜົນບຸນທີ່ໄດ້ສ້າງມາເຊົາລ໊ອກດາວ ຂ້ອຍຈະເຂົ້າໄປສຸກຍູ້ກູ້ໄພສູນນີ້ເຕັມທີ ໂດຍສະເພາະ3ຄົນອ້າຍເພິ່ນຂັບຂີ່ໄປມາກະພາກັນລະມັດລະວັງແນ່ເດີ ອຸບັດເຫດເກີດຂຶ້ນໄດ້ຕະຫລອດເວລາ.

ຂອບໃຈທາງສູນເພິ່ນຈາກໃຈຈິງ ກູ້ໄພມູນນິທິຈີນ1628 ທີ່ກໍ່ຕັ້ງສູນແບບນີ້ຂຶ້ນມາ ແລະ ມີແຕ່ອ້າຍນ້ອງທີ່ມີນຳໃຈເກີນ100

.

.
