ພ້ອມກັນ ຫຼື ຍັງ ໃນການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ສະບັບໃໝ່ ຂອງລັດຖະບານ ຕື່ມອີກ 15 ວັນ ເລີ່ມວັນທີ 1 ຮອດວັນທີ 15 ຕຸລານີ້ ໂດຍກຳນົດ 14 ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຄື:
1. ສຸມໃສ່ສັກວັກຊີນໃຫ້ເປົ້າໝາຍ; ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ
2. ສືບຕໍ່ປີດດ່ານທຸກປະເພດ
3. ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມ
4. ປິດກິດຮ້ານບັນເທີງ, ຄາຣາໂອເກະ, ກິນດື່ມໃນທົ່ວປະເທດ.
5. ຫ້າມເປີດຮ້ານນວດ, ເສີມຄວາມງາມ, ຕັດຜົມ, ຕະຫຼາດກາງຄືນ ເຂດທີ່ມີການລະບາດ
6. ປິດບັນດາໂຮງງານອຸດສາຫະກຳ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະບາດ
7. ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການນລະບາດ
8. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ
9. ຫ້າມຈັດງານສັງສັນທຸກຮູບແບບ ຢູ່ທຸກສະຖານທີ່.
10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ
11. ປິດການສັນຈອນຢູ່ນະຄອນຫຼວງ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນແຕ່ເວລາ 21:00 ໂມງ – 05:00 ໂມງເຊົ້າ
12. ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ຢູ່ເຂດທີ່ມີການລະບາດ
13. ຫ້າມຈັດປະຊຸມ, ໂຮມຊຸມນຸມ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ
14. ໃຫ້ທຸກອົງການ ທີ່ມີການລະບາດໃນຊຸມຊົນ ໃຫ້ພະນັກງານຜັດປ່ຽນກັນມາປະຈໍາການ
ສຳລັບ 13 ມາດຕະການສືບຕໍ່ຜ່ອນຜັນ:
1. ອະນຸຍາດໃຫ້ເປີດຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ-ອາຫານ.
2. ການຄົບງັນງານສົບ ປະຕິບັດຕາມຄຳແນະນໍາ ເລກທີ 429/ສພກ, ລົງວັນທີ 15/09/2021
3. ອະນຸຍາດໃຫ້ເປີດຮ້ານຕັດຜົມ, ເສີມສວຍ ຢູ່ນອກເຂດແດງ.
4. ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດ.
5. ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ
6. ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ
7. ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລໍານ້ຳເຂດຊາຍແດນລະຫວ່າງປະເທດ
8. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ
9. ອະນຸຍາດໃຫ້ດຳເນີນການຂົນສົ່ງ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດ
10. ອະນຸຍາດໃຫ້ຜູ້ຂັບລົດຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງໄດ້
11. ອະນຸຍາດໃຫ້ເປີດການຮຽນ-ການສອນ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ
12. ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ, ກາງແຈ້ງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມ
13. ອະນຸຍາດໃຫ້ເປີດຮ້ານນວດ, ເສີມສວຍ, ຕັດຜົມ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ