ຕິດໂຄວິດ 3ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດໄປຮັບ
3ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດມາຮັບເອົາ…ຕ້ອງເຮັດແບບໃດນິ…ສິຕິດເຊື້ອກັນຫມົດບ້ານແລ້ວ…

ໂທຈົນບໍ່ຮູ້ສິໂທຫາໃຜແລ້ວ…ໃຜຮູ້ວິທີພົວພັນແນະນຳແດ່ ນ້ອງຂ້ອຍລາວເມື່ອຍ ລາວຫາຍໃຈບໍ່ສະດວກ ມີທັງເດັກນ້ອຍ ທັງຜູ້ເຖົ້າ ຢູ່ນຳກັນຫມົດນີ້.
ໃຜພໍຮູ້ຈັກເບີສະເພາະກິດບໍ ທີ່ຕິດຕໍ່ແລ້ວຕິດຕໍ່ໄດ້ແທ້ ຢາກໃຫ້ຊ່ວຍນ້ອງເອື້ອຍເປີ້ນລາວຕິດໂຄວິດຜົນອອກໄດ້3ມື້ແລ້ວ ແຕ່ຍັງບໍ່ມີຫນ່ວຍງານໃດເຂົ້າໄປຊ່ວຍເລີີຍ ອາການກະຂ້ອນຂ້າງຫນັກລາວຫາຍໃຈບໍ່ສະດວກ
ອອກໄປໃສບໍໄດ້ເຂົ້າຈະກິນກະບໍ່ມີ ຢູ່ນຳກັນຫມົດເຮືອນຈັກເດັກນ້ອຍຈັກຜູ້ເຖົ້າ ໃຜພໍມີເບີຕິດຕໍ່ກະຂໍຄວາມຊ່ວຍເຫຼືອແດ່ນະຄອນຫຼວງ🙏 ສູ້ໆອົດທົນ.
