ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກເມືອງ ກວາງໂຈ ປະເທດຈີນ, ຖິງວ່າ ນານາປະເທດ ຈະເລີ່ມປັບຮູບແບບ ການຄວບຄຸມ ພະຍາດ ແລະ ມາດຕະການ ທາງສັງຄົມ ເປັນການ ຢູ່ຮ່ວມກັບໂຄວິດ
ແຕ່ລັດຖະບານ ຈີນ ຍັງຄົງຢຶດໝັ້ນຕໍ່ ຍຸດທະສາດ ໂຄວິດຕ້ອງເປັນສູນ ເທົ່ານັ້ນທີ່ ລັດຖະບານຈີນ ພວມເລັ່ງ ດຳເນີນການ ກໍ່ສ້າງ ສະຖານນີ ສຸຂະພາບ ນານາຊາດ ກວາງໂຈ ເມືອງເອກ ຂອງມົນທົນ ກວາງຕຸ້ງ, ໂດຍໂຄງການ ດັ່ງກ່າວ ໃຊ້ເວລາກໍ່ສ້າງ ບໍ່ເຖິງ 3 ເດືອນ
ຊຶ່ງພວມ ຈະສຳເລັດ ໃນອີກບໍ່ເທົ່າໃດ ວັນຕໍ່ໜ້າ , ປະກອບ ດ້ວຍອາຄານ ການຄ້າ ຄວາມສູງ 3 ຊັ້ນຫລາຍສິບແຫ່ງ ລວມທັງໝົດ 5.000 ຫ້ອງ ຊຶ່ງມີອານາເຂດ ທຽບເທ່ົາ ສະໜາມກິລາ ມາດຕະຖານ 46 ແຫ່ງ, ຊຶ່ງໂຄງການ ດັ່ງກ່າວ ໃຊ້ງົບປະມານ 260 ລ້ານໂດລາສະຫະລັດ
http://kpl.gov.la/detail.aspx?id=62297