News

ເປັນຫ່ວງຫຼາຍຕະຫຼາດ ຂົວດີນມື້ນີ້ 13 ຄົນ

ເພື່ອ​ຮັບປະກັນຄວາມປອດໄພ​ ແລະ​ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ທີ່ມາຊົມໃຊ້ຕະຫຼາດ​ໜອງຈັນ.​

ໃນຕອນເຊົ້າຂອງວັນທີ​ 29 ກັນຍາ​ 2021​ ໜ່ວຍງານສະເພາະກິດເຄື່ອນທີ່ເກັບຕົວຢ່າງເພື່ອຊອກຄົ້ນຫາເຊື້ອພະຍາດໂຄວິດ-19​ ໄດ້ລົງມາເກັບຕົວຢ່າງຢູ່ໃນຕະຫຼາດໜອງຈັນ​ (ຕະຫຼາດຂົວດິນ)​ ໂດຍສະເພາະແມ່ນພະນັກງານ​ທຸກພາກສ່ວນ

ແລະ​ ຊາວຄ້າຂາຍທຸກຄົນຢູ່ໃນຕະຫຼາດໜອງຈັນທັງໝົດ ແມ່ນໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19​ ແລ້ວ​ ແລະ​ ກຳລັງລໍຜົນກວດອອກມາ​ແລ້ວຈະແຈ້ງໃຫ້ທ່ານຊາບພາຍຫຼັງທີ່ໄດ້ຮັບການແຈ້ງຈາກພາກສ່ວນທີ່ກ່ຽວຂ້ອງ.​

ພ້ອມດຽວກັນນີ້,​ ທາງຕະຫຼາດ​ ຍັງຮຽກຮ້ອງມາຍັງທ່ານໃຫ້ຮັບຂໍ້ມູນຂ່າວສານຢ່າງມີສະຕິ ແລະ​ ຂໍ້ມູນທີ່ເປັນທາງການ ຫືຼ ໜ້າເຊື່ອຖືໄດ້​ ໃນກໍລະນີທ່ານໃດມີຄວາມສົນໃຈ ຫຼື​ ຕ້ອງການຂໍ້ມູນທີ່ເປັນຄວາມຈິງຢູ່ໃນຕະຫຼາດໜອງຈັນຂອງພວກເຮົາ ແມ່ນສາມາດສອບຖາມໄດ້ຕະຫຼອດເວລາ.

Cr: ຕະຫຼາດ​ໜອງຈັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button