ປະເທດຝຣັ່ງ ຊ່ວຍເຫຼືອລາວ 236,000 ໂດລາ

ລັດຖະບານແຫ່ງປະເທດຝຣັ່ງໄດ້ໃຫ້ການຊ່ວຍທາງດ້ານສະບຽງອາຫານທີ່ຈໍາເປັນໃຫ້ແກ່ ແຮງງານທີ່ກັບຈາກປະເທດເພື່ອນບ້ານ ທີ່ສູນຈໍາກັດບໍລິເວນ

ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານແຫ່ງປະເທດຝຣັ່ງ ເປັນເງິນຈໍານວນ 236,000 ໂດລາສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານ ທີ່ຢູ່ໃນ 18 ສູນຈໍາກັດບໍລິເວນ ໃນ 7 ແຂວງ ທີ່ ສປປ ລາວ.

ອົງການອາຫານໂລກ ແລະ ອົງການເພື່ອນຮ່ວມງານ – ອົງການກາແດງສະວິດ, ອົງການກາແດງລາວ ແລະ ອົງການສຸພະນິມິດສາກົນ – ຈະໄດ້ນໍາໃຊ້ເງິນຈາກການຊ່ວຍເຫຼືອໃນຄັ້ງນີ້ ສະໜອງອາຫານທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ ໃຫ້ແກ່ແຮງງານຫຼາຍກວ່າ 5,600 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ.

ການຊ່ວຍເຫຼືອດັ່ງກ່າວ ຍັງໄດ້ຊ່ວຍໃຫ້ພວກເຂົາ ເລົ່ານັ້ນມີສຸຂະພາບ ແຂງແຮງ ແລະ ການເປັນຢູ່ທີ່ດີ, ໃນເວລາດຽວກັນ ກໍ່ຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ.

ໃນພິທີໄດ້ກ່າວມອບໂດຍ ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າ ແລະ ຜູ້ອໍານວຍການ ອົງການອາຫານໂລກ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກະຊວງສາທາລະນະສຸກ.

Related Posts

Leave a Reply

Your email address will not be published. Required fields are marked *