ແຈ້ງເຕືອນ..!! ອາທິດນີ້ອາກາດຈະໜາວ ແລະ ມີຝົນຕົກ ໄລຍະວັນທີ 22 ຫາ 27 ພະຈິກ 2022 ນີ້

ໃນໄລຍະວັນທີ 21 ຫາ 24 ພະຈິກ 2022 ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ພາກເຫນືອດ້ານຕາ ເວັນອອກຂອງປະເທດລາວດ້ວຍກໍາລັງອ່ອນ, ສ່ວນພາກໃຕ້ຈະປົກຄຸມດ້ວຍຄວາມກົດດັນຕໍ່າຂອງອາກາດຮ້ອນ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຫມອກບາງປົກຫຸ້ມຢູ່ທົ່ວໄປ. ສ່ວນພາກກາງ ແລະ ພາກໃຕ້ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນໃນໄລຍະວັນທີ 25 ຫາ 27.

ພາກເຫນືອດ້ານຕາເວັນອອກ: ໃນໄລຍະແຕ່ວັນທີ 21 ຫາ 23 ພະຈິກ 2022 ອາກາດເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວ ໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໃນໄລຍະວັນທີ 24 ຫາ 27 ພະຈິກ 2022 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 15 – 18 ອົງສາ ແລະ ສູງສຸດ 23 – 28 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ໃນໄລຍະແຕ່ວັນທີ 21 ຫາ 23 ພະຈິກ 2022 ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນໃນໄລຍະວັນທີ 24 ຫາ 27 ພະຈິກ 2022 ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 16 – 22 ອົງສາ ແລະ ສູງສຸດ 28 – 34 ອົງສາ.

ພາກກາງ: ໃນໄລຍະແຕ່ວັນທີ 21 ຫາ 22 ພະຈິກ 2022 ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໃນໄລຍະວັນທີ 23 ຫາ 27 ພະຈິກ 2022 ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ໍາສຸດ 21 – 24 ອົງສາ ແລະ ສູງສຸດ 29 – 34 ອົງສາ. ສໍາລັບແຂວງ ໄຊສົມບູນ: ໃນໄລຍະແຕ່ວັນທີ 21 ຫາ 22 ພະຈິກ 2022 ອາກາດຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນໃນໄລຍະ ວັນທີ 23 ຫາ 27 ພະຈິກ 2022 ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ. ອຸນຫະພູມຕໍ່າສຸດ 11 – 15 ອົງສາ ແລະ ສູງສຸດ 25 – 28 ອົງສາ.

ພາກໃຕ້: ໃນໄລຍະແຕ່ວັນທີ 21 ຫາ 24 ພະຈິກ 2022 ອາກາດຮ້ອນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນໃນໄລຍະວັນທີ 25 ຫາ 27 ພະຈິກ 2022 ຈະມີຝົນຕົກໃນ ລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ໍາສຸດ 21 – 25 ອົງສາ ແລະ ສູງສຸດ 29 – 34 ອົງສາ. ສໍາລັບເຂດພູພຽງບໍລະ ເວນ: ອາກາດເຢັນ ຫາ ຫນາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 22 – 26 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະແຕ່ວັນທີ 21 ຫາ 22 ພະຈິກ 2022 ອາກາດຮ້ອນ ແລະ ຈະມີລົມພັດແຮງຢູ່ບາງບໍລິ ເວນ. ຈາກນັ້ນໃນໄລຍະວັນທີ 23 ຫາ 27 ພະຈິກ 2022 ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 23 – 25 ອົງສາ ແລະ ສູງສຸດ 31 – 35 ອົງສາ.

.

..

..

..

Related Posts

Leave a Reply

Your email address will not be published. Required fields are marked *