ຂ່າວດ່ວນ

Home ຂ່າວຄາດຕະກຳຂ່າວຄາດຕະກຳຂ່າວຕ່າງປະເທດກາດຍິງໃນສະຖານທີ່ບັນເທິງ ເຮັດໃຫ້ມີຄົນເສຍຊີວິດ 5 ຄົນBy Nouthaphone Simmavong- 21/11/2022081

ໃນວັນທີ 19 ພະຈິກ 2022 ຜ່ານມາ, ເກີດເຫດກາດຍິງຢູ່ທີ່ ຄັບຄິວ (Club Q) ເຊິ່ງເປັນໄນ້ຄັບສຳລັບກຸ່ມຄົນຮັກເພດດຽວກັນ ໃນເມືອງໂຄໂລລາໂດສະປິງ ລັດໂຄໂລລາໂດ ສະຫະລັດອາເມລິກາ, ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ບາດເຈັບອີກ 18 ຄົນ.

ຮ້ອຍໂທພາເມລາ ຄາສໂຕ ເຈົ້າໜ້້າທີ່ໃນເມືອງໂຄໂລລາໂດສະປິງ ເປີດເຜີຍວ່າ: ຕຳຫຼວດສາມາດຈັບກຸມໂຕຜູ້ຕ້ອງສົງໄສເອົາໄວ້ໄດ້ແລ້ວ ແຕ່ຍັງບໍ່ເປີດເຜີຍເຖິງເຫດຈູງໃຈໃນການກໍ່ເຫດກາດຍິງ ໃນຄັ້ງນີ້.

ທາງດ້ານໄນ້ຄັບ Club Q ໄດ້ໂພສຂໍ້ຄວາມລົງໂຊຊຽວມີເດຍວ່າ: ທາງຮ້ານສະແດງຄວາມເສຍໃຈກັບເຫຍື່ອຜູ້ເຄາະຮ້າຍ ແລະ ຄອບຄົວ ແລະ ກ່າວຂອບໃຈຕໍ່ລູກຄ້າຜູ້ກ້າຫານຫຼາຍຄົນ ທີ່ພະຍາຍາມຢຸດຍັ້ງມືປືນ ໃນເຫດການທີ່ເກີດຂຶ້ນ.

Related Posts

Leave a Reply

Your email address will not be published. Required fields are marked *