ແຟນແບບນີ້ໃຜກໍຢາກໄດ້ ສະເໝີຕົ້ນສະເໝີປາຍ ເຄົາລົບ ແລະ ໃຫ້ກຽດ ຢາກໄປໃສພາໄປ ຢາກກິນຫຍັງຫາມາໃຫ້ ຊ່ວຍວຽກທຸກຢ່າງ

ຄົນອື່ນເບິ່ງອ້າຍເປັນແບບໃດນ້ອງບໍ່ຮູ້ ນ້ອງຮູ້ແຕ່ວ່າ ອ້າຍຄືຜູ້ຊາຍຄົນທຳອິດ ແລະ ຄົນສຸດທ້າຍທີ່ຮັກເຄົາລົບແລະໃຫ້ກຽດນ້ອງທີ່ສຸດ ທັງຕໍ່ຫນ້າແລະລັບຫລັງ ບໍ່ເຄີຍຮ້າຍບໍ່ເຄີຍດ່າ.

ເປັນໂຕຂອງໂຕເອງຕັ້ງແຕ່ມື້ເລີ່ມຮູ້ຈັກກັນທຳອິດ ແລະ ທ່າຖ່າຍຮູບກະທ່ານີ້ຕັ້ງແຕ່ຄົບກັນທຳອິດ ຫຼືຈະເອີ້ນວ່າ ທ່າປະຈຳທີ່ອ້າຍມັກເກາະເເອວນ້ອງຖ່າຍຮູບເລີຍກະວ່າໄດ້

ຢາກໄປໃສພາໄປ ຢາກກິນຫຍັງຫາມາໃຫ້ ຢາກໄດ້ຫຍັງຂໍແຕ່ເວົ້າອອກມາກະພາໄປຊື້.

ເງິນທຸກກີບບາດອ້າຍບໍ່ເຄີຍເກັບບໍ່ເຄີຍຊ່ອນນ້ອງ ຊ່ວຍວຽກທຸກຢ່າງທີ່ເຮັດໄດ້ ເປັນພໍ່ຜູ້ທີ່2ເລີຍວ່າໄດ້.

ຄົບກັນ 5ເດືອນຫມັ້ນ 8ເດືອນແຕ່ງ ແລະຈະເປັນປີທີ4ແລ້ວອ້າຍ ແຕ່ອ້າຍຍັງສະເໝີຕົ້ນສະເໝີປາຍກັບນ້ອງ ຂອບໃຈເດີ້ ຮັກອ້າຍທີ່ສຸດ@Lamphounsoukchaleun.

..

Lamphoun&Mimee

Related Posts

Leave a Reply

Your email address will not be published. Required fields are marked *