ກ ຽ ມ ສ້ າງ ໂຮງ ໝໍ

ກຽມສ້າງໂຮງໝໍ ສະ ໜ າມ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ ເພີ່ມອີກຢູ່ນະຄອນ ຫລວງວຽງຈັນ.

ວັນທີ 24 ກັນຍາ 2021 ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທັງເປັນຮອງຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19

ຂັ້ນສູນກາງ, ພ້ອມດ້ວຍຄະນະສະເພາະກິດທີ່ກ່ຽວຂ້ອງຂອງນະຄອນ ຫລວງວຽງຈັນ ໄດ້ເຄື່ອນໄຫວກວດກາຄວາມພ້ອມໃນການສ້າງໂຮງໝໍສະໜາມປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ເນື່ອງຈາກມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ດຣ ສະໜອງ ທອງຊະນະ ໃຫ້ສໍາພາດວ່າ: ທາງຄະນະໄດ້ໄປກວດກາເພື່ອເອົາສູນຈໍາກັດບໍລິ ເວນຢູ່ມະຫາວິທະ ຍາໄລແຫ່ງຊາດດົງໂດກ ເມືອງໄຊທານີ ເປັນໂຮງໝໍສະ ໜາມປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຄາດວ່າຈະຮອງຮັບໄດ້ 600 ກວ່າຄົນ ໂດຍໄດ້ກວດກາຄວາມພ້ອມທາງດ້ານສະ ຖານທີ່, ເຄື່ອງນອນ, ບ່ອນຖີ້ມຂີ້ເຫຍື່ອ, ອຸປະກອນຮັບໃຊ້ທີ່ຈໍາເປັນ, ການກະກຽມບຸກຄະລາກອນທາງການແພດ ແລະ ອາຫານການກິນຕ່າງຯ.

ຈາກນັ້ນ ໄດ້ໄປກວດກາຢູ່ໂຮງງານຕັດຫຍິບທຣີໂອ ຢູ່ບ້ານສີເກີດ, ເມືອງນາຊາຍທອງ ທີ່ມີຜູ້ຕິດເຊື້ອແລ້ວຫລາຍຮ້ອຍຄົນ ແລະ ໄດ້ຕົກລົງກັບທຸກພາກສ່ວນກ່ຽວຂ້ອງວ່າຈະນໍາໃຊ້ຫໍພັກພະນັກງານຂອງໂຮງງານເປັນທັງບ່ອນຈໍາກັດບໍລິເວນ ແລະ ເປັນສະ ຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ຈະໄດ້ຈັດທີມງານແພດໄປປະຈໍາຢູ່ສະຖານທີ່ດັ່ງກ່າວ. ພ້ອມນີ້ ຍັງໄດ້ໄປກວດກາເບິ່ງໂຮງຮຽນ ມ.ຕົ້ນ ສີເກີດ ເພື່ອສ້າງເປັນສູນປິ່ນປົວຜູ້ຕິດເຊື້ອ ຄາດວ່າຈະຮອງຮັບໄດ້ 200 ກວ່າຄົນ.

ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນມີການລະບາດຂອງພະຍາດໃນໂຮງງານເຊີ່ງເປັນສະ ຖານທີ່ທີ່ມີຄົນເຮັດວຽກເປັນຈໍານວນຫລາຍ

ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງຊາວນະຄອນຫລວງວຽງຈັນ ທຸກຄົນຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດຕາມຄໍາສັ່ງຂອງເຈົ້າຄອງນະຄອນ ຫລວງວຽງຈັນ ສະບັບ ເລກທີ 016 ກໍຄື ບັນດາມາດຕະການທີ່ຄະນະສະເພາະກິດຂັ້ນສູນກາງວາງອອກຢ່າງເຂັ້ມງວດກວ່າເກົ່າ ເພື່ອຄວບຄຸມການລະບາດຂອງພະຍາດດັ່ງກ່າວໃຫ້ໄດ້ໂດຍໄວ.

Cr: ບຸນຕຽງ ຈັນທະວົງ

Related Posts

Leave a Reply

Your email address will not be published. Required fields are marked *