ເຈົ້າໜ້າທີ່ແຈ້ງ ຫ້າມບໍ່ໃຫ້ຂາຍເຄື່ອງຊະຊາຍ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ເຈົ້າໜ້າທີ່ແຈ້ງ ຫ້າມບໍ່ໃຫ້ຂາຍເຄື່ອງຊະຊາຍ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

#News | ເນື່ອງຈາກວ່າໃກ້ຮອດງານເທດສະການດອກງິ້ວບານຈະຈັດຂຶ້ນວັນທີ 25-29 ມັງກອນ 2023 ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເລິຍໄດ້ແຈ້ງຫ້າມບໍ່ໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບ ການ, ພໍ່ຄ້າ-ແມ່ຄ້າ, ທັງພາຍໃນເຂດ ແລະ ນອກເຂດ ນໍາເອົາສິນຄ້າປະເພດ ອາຫານສຸກ, ໝາກໄມ້ ແລະ ເຄື່ອງດື່ມ ຕ່າງໆໃສ່ທ້າຍລົດໃຫຍ່, ລົດຈັກ, ລົດສາມລໍ້ພ່ວງຂ້າງຕ່າງໆເລາະ ແລະ ວາງຂາຍຊະຊາຍຢູ່ບໍລິເວນແຄມຂອງ, ໜ້າຕຶກ ແລະ ຕາມເສັ້ນທາງຕ່າງໆ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ເນື່ອງຈາກວ່າສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ, ສ້າງຄວາມເປິະເປື້ອນ, ກີດຂວາງການຈະລາຈອນ ແລະ ກະທົບຕໍ່ຜູ້ປະກອບການຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ໃນກໍລະນີເຈົ້າໜ້າທີ່ກວດກາພົບເຫັນຈະໄດ້ກ່າວເຕືອນ, ສຶກສາອົບຮົມ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດ.

🔍ມັກອ່ານ #ອິນໄຊລາວ ຢ່າລືມກົດ Like 👍 ຫຼື Follow ⭐ ເຮົາແດ່
🇱🇦 fb.me/InsideLaos
#InsideLaos

Related Posts

Leave a Reply

Your email address will not be published. Required fields are marked *