ເຈົ້າຂອງຮ້ານໄດ້ໂພດສຮູບພະນັກງານນັ່ງເສົ້າເນື່ອງຈາກລົດຈັກ ເວບ 100 ສີແດງປ້າຍ ດອ 7993 ທີ່ຈອດໄວ້ຢູ່ບໍລິເວນໜ້າຮ້ານໄດ້ຖືກໂຈນລັກໄປ

ເຊິ່ງເຫັນຮູບແລ້ວແອດສົງສານແຮງບໍ່ຄິດວ່າໜ້າຮ້ານແທ້ໆໂຈນຍັງກ້າທີ່ຈະລັກ ແອດຢາກເຕືອນທຸກຄົນວ່າຕອນນີ້ໂຈນຍັງຄົງເລາະຊອກໂອກາດລັກເຄື່ອງໃນບ່ອນທີ່ມີໂອກາດສະນັ້ນທຸກຄົນຈັ່ງໃຊ້ຊີວິດແບບບໍ່ປະໝາດ
ໂດຍສະເພາະຄົນທີ່ມີລົກຈັກ wave 100 ຈອດໄສຕ້ອງລະວັງເພາະເປັນຍີ່ຫໍ້ລົດຈັກທີ່ໂຈນລັກງ່າຍ ແລະ ເສຍຕະຫຼອດແອດຂໍເປັນກໍາລັງໃຈໃຫ້ນ້ອງເດີ້.
ສໍາລັບໃຜທີ່ເຫັນເບາະແສປ້າຍລົດຄືກັບແອດຂຽນມາທາງເທິງນີ້ໃຫ້ຕິດຕໍ່
ຫາ FB: jojo sisamout ເດີ້ ແຊຣຊ່ວຍກັນຫຼາຍໆ.
