ເກີດເຫດຍິງສາວ ໄດ້ຫາຍໂຕໄປດົນເຖິງ 4 ມື້ ຈົນປະຊາຊົນໄດ້ຊ່ວຍກັນຊອກຫາ ສຸດທ້າຍໄປພົບໃນທໍ່ນ້ຳ ກ່ອນທີ່ສາມີຈະງໍ້ ແລະ ອອກມາ.

ຫຼັງຈາກທີ່ນາງ ຈຳ ໄດ້ຫາຍໂຕໄປ ຜູ້ເປັນສາມີພ້ອມກັບພີ່ນ້ອງ ແລະ ປະຊາຊົນພາຍໃນບ້ານ ໄດ້ຊ່ວຍກັນອອກຊອກຫາ.

ວັນທີ 12 ພະຈິກ 2022 ທີ່ປະເທດໄທ ໂດຍກ່ອນໜ້ານີ້ຜູ້ເປັນສາມີຊື່ ທ້າວ ວິທະນາ ອາຍຸ 36 ປີ ໄດ້ອອກຊອກຫາຜູ້ເປັນພັນລະຍາ ນາງ ຈຳ ອາຍຸ 21 ປີ ພາຍຫຼັງທີ່ລາວໄດ້ຫາຍໂຕອອກຈາກບ້ານໄປໃນຊ່ວງສວາຍຂອງວັນທີ 8 ພະຈິກ.

ຈົນມາເຖິງວັນທີ 12 ພະຈິກ ເວລາປະມານ 14:45 ໂມງ ຜູ້ຊ່ວຍນາຍບ້ານໄດ້ພົບເຫັນຮອຍຕີນຢູ່ບໍລິເວນແອ່ງນ້ຳຈຶ່ງເຂົ້າໄປສ່ອງຢູ່ບໍລິເວນທໍ່ລະບາຍນ້ຳ ຂະໜາດເສັ້ນຜ່າສູນກາງ 1,20 ແມັດ ແລ້ວໄດ້ພົບຍິງສາວຢູ່ໃນນັ້ນ ແລະ ຫຼາຍຄົນກໍ່ໄດ້ເຂົ້າໄປໂນ້ມນ້າມ ແຕ່ຜູ້ກ່ຽວກໍບໍ່ອອກມາ.

ສຸດທ້າຍຜູ້ເປັນສາມີ ຕ້ອງໄດ້ເຂົ້າໄປຂໍໂທດ ແລ້ວຄານເຂົ້າໄປອຸ້ມໂຕອອກມາຈາກທໍ່ ກ່ອນທີ່ຈະນຳໂຕສົ່ງໂຮງໝໍ ເພາະມີອາການອ່ອນເພຍ ຍ້ອນບໍ່ໄດ້ກິນເຂົ້າມາຫຼາຍມື້.
ທາງດ້ານພໍ່ຂອງຜູ້ເປັນສາມີໄດ້ເລົ່າວ່າ ໃນມື້ເກີດເຫດລູກຊາຍຂອງຕົນໄດ້ຫຼິ້ນໃຊ້ມືສັບໝາກກອກພັນລະຍາ ແລ້ວບໍ່ຍອມຂໍໂທດ ລວມເຖິງມື້ນັ້ນລູກຊາຍກໍ່ຫຍຸ້ງວຽກ ບໍ່ໄດ້ດູແລເບິ່ງແຍງ ຈຶ່ງເຮັດໃຫ້ພັນລະຍາຂອງລູກຊາຍຄຽດ.
ຊົມຄລີບ.
ແຫຼ່ງຂ່າວຈາກ WorkPoint