ເທິ ຢູນາ ໂພສອີກຄັ້ງ“ໃນຂະນະທີ່ຊຸມຂ້ອຍສອງຄົນທີ່ປະກັນແລ້ວຍັງເວົ້າກັນປົກກະຕິ ແຕ່ຄວາມເປັນຜົວເມຍຕ້ອງຕັດແບບເດັດຂາດ. ມ່ອມກະຍັງເຮັດໜ້າທີແມ່ຂ້ອຍກະເຮັດໜ້າທີ່ພໍ່ໃຫ້ລູກ…

ມື້ນີ້ຂ້ອຍຕື່ນຄໍ່າຕ້ອງຝາກແມ່ມັນໄປຊື້ນົມແຕ່ປົກກະຕິຂ້ອຍຊິເປັນຄົນໄປຊື້ແລະໄປສົ່ງໃຫ້. ແຕ່ບັກ Joseph Akaravong ສ່ຽວລຸງພັດເດືອດຮ້ອນແທນຕູ ຄິດແທນຕູ ພະຍາຍາມເຮັດໃຫ້ຄົນຄິດວ່າຕູຜິດກັນຊັງກັນ ຈຶ່ງປະກັນ.

ແມ່ນຫຍັງຂອງມຶງ ຄົນປະກັນໂດຍບໍ່ຜິດກັນບໍ່ດ່າກັນບໍ່ຕີກັນນິມັນຜິດປົກກະຕິແຮງເບາະ. ພວກຂ້ອຍແຕ່ງກັນແລະປະກັນຢ່າງຖືກຕ້ອງຕາມກົດໝາຍແລະຮີດບ້ານຄອງເມືອງແລ້ວ ບັກໂຈຊິພໍໃຈຫຼືບໍ່ພໍໃຈກະເລື່ອງຂອງມຶງ ເພາະມຶງບໍ່ແມ່ນເຖົ້າແກ່ຝ່າຍໃດຂອງຕູ.

ຖ້າມຶງບໍ່ເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍຄອບຄົວເລກທີ 05/ສພຊ ມຶງກະໄປອ່ານດີໆມາກ່ອນຈຶ່ງເວົ້າ ບໍ່ແມ່ນລ່າຍກ່ອນຈຶ່ງໄປຫາອ່ານ.

Ther Una
