ຮູ້ກັນແລ້ວເນາະ ທີມເປັນແຊັມ ໃນການແຂ່ງຂັນບານເຕະແຫ່ງຊາດລາວ ປະຈໍາປີ 2022 ຄື ນະຄອນຫຼວງວຽງຈັນໂດຍການເອົາຊະນະ ຊຽງຂວາງ 2 ປະຕູ ຕໍ່ 0

ຂໍສະແດງຄາມຍິນດີນໍາເດີ້ ນອກຈາກນັ້ນ ຍັງມີລາງວັນ ຜູ້ຮັກສາປະຕູດີເດັ່ນ ເບີ 24 ໄຊນະຄອນ ດາລາແສນ ຈາກ ນະຄອນຫຼວງວຽງຈັນ ລົງສະຫນາມ 5 ນັດ ເສຍ 1 ປະຕູ.

– ລາງວັນນັກກິລາດີເດັ່ນ : ເບີ 7 ວິໄລ ກູລັງສີ ຈາກ ນະຄອນຫຼວງວຽງຈັນ ລົງສະຫນາມ 6 ນັດຍິງ ໄດ້ 3 ປະຕູ.

– ລາງວັນຄູຝຶກດີເດັ່ນ : PHANTHAWAT SUPHAWASANTICHON ສັນຊາດໄທ ຈາກ ຈາກ ນະຄອນຫຼວງວຽງຈັນ.

-ລາງວັນຜູ້ຍິງປະຕູສູງສຸດ ສຸລິ ຍັນລະສີ ຈາກແຂວງຊຽງຂວາງ.

ການແຂ່ງຂັນຄັ້ງນີ້ ນະຄອນຫລວງ ພິຊິດຂັນຊະນະເລີດ ພ້ອມເງິນລາງວັນ 100 ລ້ານກີບ, ຊຽງຂວາງ ຮອງແຊ້ມ ໄດ້ຮັບເງິນລາງວັນ 50 ລ້ານກີບ.

ຄວາມມັນແບບນີ້ຍັງບໍ່ຈົບ ຖ້າຕິດຕາມທັງສອງທີມນີ້ ແລະ ທີມອື່ນໆໄດ້ ໃນງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈະລະຫວ່າງວັນທີ 13-22 ທັນວາ 2022 ເຊິ່ງເຕະບານຊາຍ ຈະແຂ່ງຂັນກ່ອນມື້ເປີດງານທາງການ ຄືວັນທີ 10-21 ທັນວາ 2022 ທີ່ສະໜາມກິລາທົ່ງໄຫຫີນ ສະໜາມກິລາໃໝ່.

ບານເຕະຍິງ-ຊາຍ ນະຄອນຫລວງວຽງຈັນ ຄອງຂັນຊະນະເລີດໃນການແຂ່ງຂັນບານເຕະແຫ່ງຊາດປີນີ້, ຂະນະທີ່ ແຂວງຊຽງຂວາງ ໄດ້ຮອງແຊ້ມທັງທີມຍິງ ແລະ ທີມຊາຍ ເຊັ່ນກັນ.

…

…

ຊົມຄລິບ1
ຄລິບ 2
ຂໍ້ມູນຈາກ: LFF National Football Championship