ສອງມື້ກ່ອນເຮົາໄດ້ໂພດຊອກຫາຜູ້ທີ່ຖອຍລົດຕໍາລົດເຮົາໃຫ້ມາຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກິດຂື້ນນັ້ນ, ມື້ນີ້ເພີ່ນໄດ້ມາສະແດງຄວາມຮັບຜິດຊອບແປງລົດ ແລະ ຄວາມເສຍຫາຍທັງໝົດໃຫ້ແລ້ວ,

ຂອບໃຈທຸກພາກສ່ວນທີ່ເປັນກະບອກສຽງໃຫ້ເຮົາ ຈົນພວກກ່ຽວໄດ້ຮັບຮູ້, ພວກກ່ຽວໄດ້ມາສະແດງຄວາມຮັບຜິດຊອບ ແລະ ໄດ້ປັບຄວາມເຂົ້າໃຈກັນແລ້ວ, ພວກກ່ຽວບໍ່ໄດ້ມີເຈດຕະນາຈະຕໍາແລ້ວໜີ.
ຂໍໃຫ້ທຸກພາກສ່ວນທີ່ເຄີຍໂພສ ຫລື ແຊຣ໌ ຮູບພາບ ແລະ ຄລີບວີດີໂອຂອງພວກກ່ຽວ ແກ້ໄຂ ຫລື ລົບໂພສອອກ ຫລື ແກ້ຂ່າວໃຫ້ແດ່, ເພາະມັນອາດຈະສົ່ງຜົນກະທົບຕໍ່ກັບການດໍາລົງຊິິວິດຂອງ ກ່ຽວຄ້ອງ.

ສຸດທ້າຍ, ຂໍຂອບໃຈທຸກພາກສ່ວນທີ່ໃຫ້ຄວາມຊ່ວຍເຫລືອກັບການປະກາດຫາຄູ່ກໍລະນີໃນຄັ້ງນີ້, ພະລັງຂອງສັງຄົມສັກສິດສະເໝີ.

ຂ່າວກ່ອນໜ້ານີ້.
