ງານເລີ່ມລະເດີ້ ສະຫຼອງຍອດຂາຍບຸນທາດຫຼວງຍອດ1500ລ້ານ

ເບິ່ງທໍາອິດຄິດວ່າໄດ້ເຮືອນຫຼັງງາມໃຫ້ພໍ່ກັບແມ່ ແຕ່ຍັງບໍ່ທັນແມ່ນ ມັນເປັນຄວາມຝັນ ແລະ ຄວາມຕັ້ງໃຈ ຖືເປັນຄໍາໝັ້ນສັນຍາຂອງລູກຊາຍຄົນໜຶ່ງທີ່ຝັນຢາກໃຫ້ພໍ່ແມ່ຢູ່ສຸກສະບາຍ ຄິດວ່າບໍ່ຕ່າງຈາກຫຼາຍໆຄົນ ຄື ຮ້ານພໍ່ຄ້າຫຼໍ່ບອກຕໍ່ ໂພສພາບ ແລະ ຂໍ້ຄວາມທີ່ກິນໃຈຫຼາຍໆຄົນເລີຍວ່າ ຢູ່ ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ.

“ຄວາມຝັນຂອງເດັກບ້ານນອກຄືຂ້ອຍຄືຢາກປຸກເຮືອນຫຼັງງາມໆໃຫ້ພໍ່ແມ່ໄດ້ຢູ່ສະບາຍ ເຖີ່ງສິບໍ່ໃຫຍ່ແຕ່ກະອົບອຸ່ນແລະນ່າຢູ່ ແບບບ້ານທີ່ຢາກປຸກຢູ່ຕານປ່ຽວໃຫ້ແມ່ຕູ້ຈ່ອຍພໍ່ຕູ້ຈ່ອຍ”ເປັນພາບທີ່ລົງປະໄວ້ ແລະ ສະແດງເຖິງຄວາມຮັກ ຄວາມກະຕັນຍູຂອງລູກຄົນໜຶ່ງທີ່ວັງໄວ້ ຂໍໃຫ້ປະສົບຜົນສໍາເລັດໄວໆເດີ້ ຄົນເກັ່ງ.


ບໍ່ເຄີຍອາຍທີ່ພໍ່ແມ່ຈົນ ແຕ່ອາຍຄົນທີ່ລ້ຽງພໍ່ແມ່ບໍ່ໄດ້ ຄວາມຝັນຂອງເດັກບ້ານນອກຢາກປຸກເຮືອນຫຼັງງາມໆໃຫ້ພໍ່ແມ່ໄດ້ຢູ່ສະບາຍ
