ບຸນພຣະທາດຫຼວງ ມີຄະດີແຫກກະເປົ໋າ 2 ເລື່ອງ
ບຸນທາດຫລວງປີ້ນີ້ ຄົນບໍ່ດີແຫກກະເປົາ 2 ເລື່ອງ, ລ່ວງກະເປົາ 1 ເລື່ອງ ດັ່ງນີ້.

ໃນວັນທີ 7 ພະຈິກ ເວລາ 20:50 ໂມງ ຜູ້ເສຍເປັນເພດຍິງ ຢູ່ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມາທ່ຽວຊົມງານບຸນໂດຍຍ່າງທ່ຽວຊົມຢູ່ບໍລິເວນຈຸດຂາຍລົດໃຫຍ່ ຖືກຄົນຮ້າຍແຫກຖົງພາຍ, ລວມມູນຄ່າເສຍຫາຍເປັນເງິນ 435.000 ກີບ, ທະບຽນລົດຮຸ່ນໄດ ກສ 6389 ແລະ ເອກະສານຈໍານວນໜຶ່ງ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຈັບຄົນຮ້າຍໄດ້ 1 ຄົນສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງນຳຕົວໄປດຳເນີນຄະດີ.

ວັນທີ 8 ພະຈິກ ເວລາ 8:00 ໂມງ ເກີດເຫດຄົນຮ້າຍລ່ວງກະເປົາ ຂອງຜູ້ເສຍຫາຍ ເປັນເພດຍິງ ອາຊີບຄ້າຂາຍຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຍ່າງມາໃສ່ບາດຢູ່ເດີ່ນພຣະທາດຫຼວງ ພໍຮອດບໍລິເວນເຮືອນຊົງລາວຈຶ່ງຮູ້ໂຕວ່າຖືກລ່ວງກະເປົາ ລວມມູນຄ່າເສຍຫາຍເປັນເງິນ 2.500.000 ກີບ, 2.000 ບາດ, ບັດເອທີເອັມ 1 ບັດ ແລະ ເອກະສານອື່ນໆ.

ໃນເວລາ 20:32 ໂມງ ຂອງວັນທີ 8 ພະຈິກ ຜູ້ເສຍຫາຍເປັນເພດຊາຍ ຢູ່ບ້ານໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຖືກຄົນຮ້າຍແຫກກະເປົາຢູ່ພາຍໃນງານບຸນ ເຮັດໃຫ້ປື້ມບັນຊີເງິນຝາກທະນາຄານ ຈໍານວນ 2 ຫົວ, ບັດເອທີເອັມ 1 ບັດ, ບັດປະຈໍາຕົວ 1 ບັດ ແລະ ເງິນກີບຈໍານວນ 300.000 ກີບ ເສຍຫາຍ.

…

ພາບ-ຂ່າວ: ຈັນສະໝອນ