ເກີດແຜ່ນດິນໄຫວ 2.1 ຣິກເຕີ!
ວັນທີ 09 ພະຈິກ 2022, ເວລາ 03:18ໂມງ, ມີລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວຈໍານວນ 01 ຄັ້ງ, ໃນບໍລິເວນແຂວງ ໄຊຍະບູລີ.
ໃນເວລາ 03:18:35, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 19.493°N ແລະ ເສັ້ນແວງທີ່ 101.324°Eຄວາມແຮງສັ່ນສະເທືອນວັດແທກໄດ້ 2.1 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງຫນ້າດິນປະມານ 4 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ບ້ານ ເສົາດຽວ ເມືອງໄຊສະຖານ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດ ແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງໄຊສະຖານ ປະມານ 16 Km.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
