ນະຄອນຫຼວງ ອາດຈະປິດບ້ານປິດເມືອງຕໍ່

ນະຄອນຫຼວງວຽງຈັນ ອາດຈະມີການຂະຫຍາຍເວລາປິດການເຂົ້າ-ອອກເມືອງຕື່ມອີກເນື່ອງຈາກຍັງກວດພົບຜູ້ຕິດເຊື້ອໃນຊຸມຊົນໃນຈໍານວນຂ້ອນຂ້າງສູງຢູ່ໃນປັດຈຸບັນ.

ອີງຕາມຂໍ້ມູນຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 26 ກັນຍາ 2021 ທີ່ຜ່ານມາ ໄດ້ມີການກວດວິເຄາະຫາເຊື້ອໂຄວິດ-19 ຈາກທັງໝົດ 2107 ຕົວຢ່າງໃນນະຄອນຫຼວງວຽງຈັນ ແລະ ໄດ້ກວດພົບຜູ້ຕິດເຊື້ອໃນຊຸມຊົນເພີ້ມໃໝ່ 315 ກໍລະນີ

ເຊິ່ງເປັນພະນັກງານໂຮງງານ 131 ຄົນ, ພະນັກງານບໍລິສັດ 1 ຄົນ, ພະນັກງານສາທາ 8 ຄົນ, ພະນັກງານທະຫານ 2 ຄົນ, ພະນັກງານປ້ອງກັນຢູ່ຕະຫຼາດຂົວດິນ 1 ຄົນ ແລະ ສ່ວນທີ່ເຫຼືອແມ່ນທີມງານກຳລັງສັງລວມຂໍ້ມູນຢູ່ມີ 101 ກໍລະນີ.

ເຖິງແມ່ນວ່າຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນຢູ່ນະຄອນຫຼວງວຽງຈັນຈະເລີ່ມຫຼຸດລົງ ເມື່ອທຽບໃສ່ຈໍານວນຜູ້ຕິດເຊື້ອໃນອາທິດຜ່ານມາແຕ່ກໍຍັງເປັນຕົວເລກຜູ້ຕິດເຊື້ອທີ່ສູງຢູ່ ແລະ ຖືວ່ານະຄອນຫຼວງວຽງຈັນຍັງໜ້າເປັນຫ່ວງຫຼາຍ ເພາະການແຜ່ລະບາດຍັງຂະຫຍາຍເປັນວົງກວ້າງ ເຊິ່ງ ໃນທົ່ວນະຄອນຫຼວງວຽງຈັນມີບ້ານແດງທັງໝົດ 95 ບ້ານຢູ່ 8 ເມືອງ.

ປັດຈຸບັນນີ້, ເພື່ອຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເປັນວົງກວ້າງ, ອໍານາດການປົກຄອງນະຄອນຫຼວງວຽງຈັນໄດ້ປິດການເຂົ້າ-ອອກນະຄອນຫຼວງວຽງຈັນ ເປັນເວລາ 12 ວັນເລີ່ມມາແຕ່ວັນທີ 19 ຫາ 30 ກັນຍາ 2021 ນີ້,

ແຕ່ຖ້າຫາກຍັງມີການແຜ່ລະບາດພະຍາດໂຄວິດ-19 ໃນຊຸມຊົນເພີ່ມໃໝ່ເລື່ອຍໆນັ້ນ ນະຄອນຫຼວງວຽງຈັນ ອາດຈະມີການຂະຫຍາຍເວລາປິດການເຂົ້າ-ອອກເມືອງ ແລະ ເພີ່ມມາດຕະການເຂັ້ມງວດຂຶ້ນຕື່ມອີກ.

Source: ວຽງຈັນທາຍ

Related Posts

Leave a Reply

Your email address will not be published. Required fields are marked *