ລາວ​ ຕິດອັນດັບ​ປະເທດ​ທີ່​ໜ້າ​ທ່ອງທ່ຽວ​ທີ່ສຸດ​ ປີ2023 ໜຶ່ງດຽວໃນ ອາຊຽນ

ລາວ​ ຕິດອັນດັບ​ປະເທດ​ທີ່​ໜ້າ​ທ່ອງທ່ຽວ​ທີ່ສຸດ​ ປີ2023 ໜຶ່ງດຽວໃນ ອາຊຽນ

ວາລະສານ National Geographic ຂອງອັງກິດ ເຊິ່ງເປັນໜຶ່ງໃນວາລະສານທີ່ມີຄົນອ່ານ ແລະ ໜ້າເຊື່ອຖືຫຼາຍທີ່ສຸດໃນໂລກ, ໄດ້ຄັດເລືອກປະເທດລາວເປັນ 1 ໃນ 25 ປະເທດ​ ທີ່ມີ ສະຖານທີ່ທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈທີ່ສຸດທີ່ຄວນໄປທ່ອງທ່ຽວໃນປີ 2023.

ປັດໄຈຫຼັກທີ່ເຮັດໃຫ້ປະເທດລາວ ເປັນປະເທດໜຶ່ງດຽວໃນອາຊຽນທີ່ຕິດອັນດັບໃນ ‘ບັນຊີລາຍຊື່ເປັນຈຸດໜາຍປາຍທາງສຸດຍອດປະຈໍາປີ’​ ຍ້ອນ​ ມີການທ່ອງທ່ຽວແບບອະນຸລັກ ທີ່ສົ່ງຜົນປະໂຫຍດໃຫ້ຊຸມຊົນ,​ ເປັນປະເທດທີ່ເຂົ້າເຖິງໄດ້ ເນື່ອງຈາກມີລົດໄຟລາວ-ຈີນ​

ເຖິງວ່າຈະເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແຕ່ກໍເປັນປະເທດທີ່ເຂົ້າເຖິງໄດ້ງ່າຍ,​ ເປັນຈຸດໝາຍປາຍທາງດ້ານການຊີມອາຫານ ເພາະເປັນອາຫານທີ່ຫຼາກຫຼາຍ ແລະ​ ສົດໃໝ່,​ ມີກິ່ນອາຍວັດທະນະທຳຂອງຕ່າງຊາດ ຫຼໍ່ຫຼອມລວມເຂົ້າຢ່າງກົມກືນ ແລະ​ ທີ່ສຳຄັນ​ ການທ່ອງທ່ຽວແບບຊຸມຊົນທີ່ຍືນຍົງ​ ເຊິ່ງກົງກັບຫົວຂໍ້ຂອງການຈັດອັນດັບ ‘ຊຸມຊົນ’ ບ່ອນທີ່ມີການອະນຸລັກ.

ວາລະສານ​ດັ່ງກ່າວ​ ຄົ້ນຄ້ວາການທ່ອງທ່ຽວໃນປະເທດລາວ ໂດຍຜ່ານຄູ່ມືການທ່ອງທ່ຽວລາວຢູ່ໃນເວັບໄຊ ທ່ອງທ່ຽວລາວ​ ທີ່ ແນະນໍາປະເທດລາວ​ແລະ​ ສະຖານທີ່ທ່ອງທ່ຽວຈໍານວນຫລາຍຂອງຕົນໃຫ້ແກ່ຜູ້ອ່ານແລະນັກທ່ອງທ່ຽວ.

“ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລຂອງອາຊີຕາເວັນອອກສ່ຽງໃຕ້, ກົງກັນຂ້າມ​ ຊີວິດພັດໝູນວຽນຕິດພັນກັບແມ່ນ້ຳລຳເຊ. ຕາມ​ລວງ​ຍາວ​ຂອງ​ປະ​ເທດ​ ທີ່​ມີ​ພູ​ ດ​ອຍ​ຕົ້ນຕໍ​ ມີແມ່​ນ້ຳ​ຂອງ​ໄຫຼຜ່ານ ​ເອື້ອອຳນວຍຕໍ່ການເຮັດນາ, ເຮັດສວນ, ລ້ຽງສັດ​ ຂອງປະຊາຊົນ ແລະ​ ມີແມ່ນ້ຳເປັນບ່ອນ​ຢູ່​ອາ​ໄສ​ຂອງ​ປາ​ທີ່​ສຳຄັນ​ ແລະ​ເປັນແຫຼ່ງນ້ໍາຫຼັກຂອງປະເທດ.

ໝູ່ບ້ານທີ່ຕັ້ງຢູ່ລຽບຕາມແມ່ນ້ຳ​ ເປັນເຈົ້າພາບຈັດໃຫ້ນັກເດີນທາງກັບຄືນໄປທ່ຽວຊົມສະຖາປັດຕະຍະກຳອານານິຄົມຝຣັ່ງ,​ ພະລາຊະວັງ ແລະວັດວາອາຮາມທີ່ງົດງາມ, ພູມສັນຖານທີ່ໂດດເດັ່ນເຮັດໃຫ້ປະເທດລາວມີຄວາມຜາສຸກຈາກເສັ້ນທາງທ່ອງທ່ຽວທົ່ວໄປ” ວາລະສານ​National Geographic ກ່າວ.

ປີນີ້ ລາວມີນັກທ່ອງທ່ຽວຫຼາຍກວ່າ 1 ລ້ານຄົນ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 644,756 ຄົນ. ລັດຖະບານ​ຄາດ​ວ່າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້ 900.000 ຄົນ​ໃນ​ປີ 2022, ​ເຊິ່ງສາມາດ​ສ້າງ​ລາຍ​ຮັບ​ໄດ້​ກວ່າ 218 ລ້ານ USD.

ພາບປະກອບງາມໆຈາກ:

wanderalao/Topwstrip

Related Posts

Leave a Reply

Your email address will not be published. Required fields are marked *