ເ ຕື ອນ ເ ສ ດ ຖີ ໃໝ່ທຸກຄົນ

ເຕືອນເສດຖີໃໝ່ທຸກຄົນ‼️ ຖ້າຫາກຖືກລາງວັນຫວຍ (ເລກ) ຕັ້ງແຕ່ 1.300.000 ກີບລົງມາຈະຖືກຍົກເວັ້ນການເສຍອາກອນລາຍໄດ້ ອີງຕາມມາດຕາ 35 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ 2019.

ແຕ່ວ່າຖ້າຫາກຖືກລາງວັນເກີນຈາກຂ້າງເທີງ ອີງຕາມ ມາດຕາ 39 ຂອງ ກົດໝາຍວ່າດ້ວຍອາກອນລາຍໄດ້ 2019 ກຳນົດໄວ້ວ່າ ບຸກຄົນໃດຫາກມີລາຍໄດ້ຈາກການຖືກຫວຍເປັນເງິນ ຫຼື ວັດຖຸ ຈະຕ້ອງໄດ້ເສຍອາກອນລາຍໄດ້ໃນອັດຕາ 5% ຂອງລາຍໄດ້ທັງໝົດ.

ຕົວຢ່າງທີ 1: ຖ້າແອັດມິນຖືກຫວຍ 2 ໂຕ 10.000 ກີບ, ແອດມິນກໍຈະໄດ້ 600.000 ກີບ ແລະ ຈະຖືກຍົກເວັ້ນການເສຍອາກອນລາຍໄດ້.

ຕົວຢ່າງທີ 2: ຖ້າແອັດມິນຖືກຫວຍ 400 ລ້ານ, ແອັດມິນ ຈະຕ້ອງໄດ້ເສຍອາກອນລາຍໄດ້ຈຳນວນທັງໝົດ 20.000.000 ກີບ. ດັ່ງນັ້ນ, ຖ້າຖືກຫວຍ 400 ລ້ານເຮົາອາດຈະບໍ່ໄດ້ເງິນເຕັມ 400 ລ້ານເດີ ແຕ່ຈະໄດພຽງແຕ່ 380ລ້ານກີບ. ສ່ວນແອັດມິນເວົ້າແລ້ວຂໍໂຕໄປຊື້ເລກກ່ອນ ມື້ຄືນນີ້ຝັນວ່າມື້ນີ້ຈະໄດ້ເປັນເສດຖີ 400 ລ້ານຄືໄທບ້ານໄທເມືອງ?

ຮູບປະກອບຈາກ: ຫວຍພະຍານາກ.

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *