ພາກພູມໃຈຄວາມຫຼາກຫຼາຍດ້ານຊັບພະຍາກອນພັນທຸກຳ ແລະ ພູມປັນຍາ “ນໍາໄຊ້ຫຍ້າຄວາຍງູ ຫຍ້າກ້ຽວງູ ຫຍ້າພັນງູຂາວ ຫຍ້າໂຄຍງູ ເປັນຢາພື້ນບ້ານມີຊັບພະຄຸນນາໆ.”

(1) ຄຸນປະໂຫຍດຕົ້ນຕໍ ແມ່ນທຳລາຍໜິ້ວ ໄລ່ຍ່ຽວ ບຳລຸງກຳລັງ(ຕຳລາຊາວໄທໃຫ່ຍ), ເຜົາເອົາຂີ້ເທົ່າ ມາແຊ່ນໍ້າ ຕອງເອົານໍ້າມາທາສາຍບືຜູ້ຍິງທີ່ມີລູກຍາກຈະເຮັດໃຫ້ມີລູກງ່າຍ (ຕຳລາຊາວລ້ານນາ), ນອກນັ້ນຍັງແກ້ຫືດ ປວດຂໍ້ ແກ້ບວມຊໍ້າ ປົວເບົາຫວານ ມະເຮັງ ບຳລຸງກຳລັງ (ຕຳລາຊາວລ້ານຊ້າງ) ແລະ ອື່ນໆ, ສົມກັບວ່າ ລາຊາຢາພື້ນເມືອງລາວ;

.
(2) ຊື່ດ້ານພຶກສາສາດ:ຊື່ສາກົນທົ່ວໄປ : Prickly chaff-flowerຊະນີດ : Achyranthes Aspera Linn
ຕະກູນ : Amaranthaceae

ຫຍ້າຄວາຍງູ ແມ່ນມີຫຼາຍຊະນິດ, ແຕ່ຊະນິດທີ່ນຳມາສະເໜີ ແລະ ປຸງແຕ່ງໂດຍ ສະຖາບັນຄົ້ນຄວ້າຢາພື້ນເມືອງ ກະຊວງສາທາລະນະສຸກ ແມ່ນຫຍ້າໂຄຍງູສີຂາວ;

(3) ວິທີການເກັບຮັກສາ:ລົກເອົາທັງຮາກ ມາລ້າງນໍ້າໃຫ້ສະອາດ ແລ້ວຕັດຊອຍ ນຳມາຕາກລົມເພື່ອຮັກສາຄວາມຂຽວ (ບໍ່ຄວນຕາກແດດ )ໃຫ້ແຫ້ງ ແລ້ວເຮັດການລະເຫີຍເອົານໍ້າອອກໃຫ້ໝົດ ບໍ່ດັ່ງນັ້ນຈະຕົກໂໝກ ແລ້ວບັນຈຸໃສ່ຖົງຢາງໄວ້ກິນຍາວນານ ເພາະຍາມແລ້ງຊອກຍາກ;

(4) ວິທີການຕົ້ມເປັນຢາ:ໜື່ງກຳມື ຕົ້ມກັບນໍ້າ ໃສ່ນໍ້າພໍດີຖ້ວມຢາ ແລ້ວຕົ້ມດ້ວຍໄຟອ່ອນໆ 20 ນາທີ ແລ້ວ ດື່ມຕອນເຊົ້າ ໜື່ງຈອກ ຕອນແລງ ໜື່ງຈອກ.