ເຢ້ ລົດຈະບໍ່ຕິດແລ້ວ ບຸນທາດຫຼວງປີນີ້ ກຽມພ້ອມເຈົ້າໜ້າທີ່ຈະລາຈອນ ກວ່າ 300 ຄົນ ກຽມພ້ອມລະບາຍລົດ

ບຸນທາດຫຼວງປີນີ້ ວາງກຳລັງເຈົ້າໜ້າທີ່ຈະລາຈອນ ກວ່າ 300 ຄົນ ກຽມພ້ອມລະບາຍລົດ ແລະ ໃຫ້ເຈົ້າໜ້າທີ່ 4 ເມືອງລົງຕັ້ງດ່ານກວດ 24 ຊົ່ວໂມງ! ເພື່ອອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ.

ກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງ ທີ່ໄຂຂຶ້ນໃນວັນທີ 28 ຕຸລາ 2022, ເຂົ້າຮ່ວມເປັນປະທານໂດຍ ພັອ ຄໍາສອນ ສີດາວົງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ເພື່ອເຮັດໃຫ້ສະພາບການສັນຈອນ ໃນໄລຍະງານບຸນດັ່ງກ່າວ ມີຄວາມສະດວກ-ສະບາຍ ແລະ ຮັບປະກັນບໍ່ໃຫ້ມີລົດຕິດອັ່ງອໍຫຼາຍຊົ່ວໂມງ,

ພະແນກຕໍາຫຼວດຈະລາຈອນ ຈະສຸມກໍາລັງລົງປະຕິບັດໜ້າທີ່ ເລີ່ມແຕ່ວັນທີ 4-8 ພະຈິກນີ້ ຢູ່ຕາມຈຸດສັບສົນ 3 ແຍກ, 4 ແຍກ, ຕາມສາຍທາງຫຼັກທີ່ມວນຊົນຈະນໍາໃຊ້ເຂົ້າມາທ່ຽວຊົມພາຍໃນງານ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະແມ່ນ ຢູ່ເສັ້ນທາງໜອງບອນ, ຖະໜົນທາດຫຼວງ, ກໍາແພງເມືອງ, ຖະໜົນໄກສອນ, ໂພນໄຊ, 23 ສິງຫາ ແລະ ເສັ້ນທາງເສັ້ນອື່ນໆ.

ນອກຈາກນີ້, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຍັງໄດ້ມອບໃຫ້ ຈະລາຈອນ 4 ເມືອງ ລົງຕັ້ງດ່ານກວດກາຍານພາຫະນະ ໃນຊ່ວງງານບຸນດັ່ງກ່າວຕະຫຼອດ 24 ຊົ່ວໂມງ.

ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ຢູ່ຕາມສາຍທາງຕ່າງໆ ເປັນຕົ້ນແມ່ນ: ກອງຈະລາຈອນ ເມືອງນາຊາຍທອງ ຕັ້ງດ່ານກວດຢູ່ບ້ານນາດີ, ກອງຈະລາຈອນ ເມືອງໄຊທານີ ຕັ້ງດ່ານກວດຢູ່ບ້ານທ່າງ່ອນ, ກອງຈະລາຈອນ ເມືອງປາກງື່ມ ຕັ້ງດ່ານກວດຢູ່ບ້ານສົມສະຫວາດ ແລະ ກອງຈະລາຈອນ ເມືອງສັງທອງ ຕັ້ງດ່ານກວດຢູ່ບ້ານປາກຕອນ.

ທີ່ມາ: ຄວາມສະຫງົບຮູບພາບ: ໜັງສືພິມ ປກສ TargetMagazine.

Related Posts

Leave a Reply

Your email address will not be published. Required fields are marked *