ປກສ ເມືອງບາຈຽງ ຈັບເປົ້າຫມາຍຢາລາຍໃຫຍ່.

ປກສ ເມືອງບາຈຽງ ຈັບເປົ້າຫມາຍຢາລາຍໃຫຍ່.

ໃນຄັ້ງວັນທີ 18 ຕຸລາ 2022 ເຈົ້າໜ້າທີ່ກັກຕົວຜູ້ຖືກຫາທ້າວໄຊສົມພອນ ( ແຫຼ້ ) 29 ປີ ບ້ານຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ພ້ອມຢາບ້າ 78000 ເມັດ, ໂທລະສັບ 1 ໜ່ວຍ, ເງິນກີບ 3.700.000 ກີບ ມາດຳເນີນຄະດີ.

ທ້າວ ໄຊສົມພອນ ( ແຫຼ້ ) ຮັບສາລະພາບວ່າ: ໃນທີ 8 ຕຸລາ 2022 ຜູ້ກ່ຽວໄດ້ຕິດຕໍ່ກັບຜູ້ຊາຍຄົນໜຶ່ງຢູ່ບ້ານ ຫ້ວຍປູນ ນະຄອນປາກເຊ ໂດຍພວກກ່ຽວໄດ້ຕົກລົງກັນວ່າຈະຮັບຢາບ້າມາຂາຍເພື່ອເອົາເປີເຊັນ ຫຼັງຈາກນັ້ນ, ຜູ້ຊາຍຄົນດັ່ງກ່າວກໍ່ໄດ້ເອົາຢາບ້າມາສົ່ງໃຫ້ຜູ້ກ່ຽວຢູ່ບ້ານຫຼັກ 21 ຈຳນວນ 13 ແພັກ ເທົ່າກັບ 39 ມັດ ເທົ່າກັບ 78.000 ເມັດ.

ຈາກນັ້ນ, ກໍໄດ້ເອົາຢາບ້າໄປເຊື່ອງໄວ້ຢູ່ເຮືອນພີ່ນ້ອງຂອງຕົນເອງທີ່ຕັ້ງຢູ່ບ້ານຫຼັກ 21 ເພື່ອລໍຖ້າຂາຍ ຕົກມາຮອດທີ 18 ຕຸລາ 2022 ຈິ່ງຖືກເຈົ້າໜ້າທີ່ ປກສ ເມືອງບາຈຽງຈະເລີນສຸກກັກຕົວ ແລະ ໄດ້ກວດຄົ້ນເຮືອນພີ່ນ້ອງຂອງຜູ້ກ່ຽວ ພົຍຢາບ້າ ຈຳນວນ 39 ມັດ ເທົ່າກັບ 78.000 ເມັດ.

Related Posts

Leave a Reply

Your email address will not be published. Required fields are marked *