ການສວຍໂອກາດຂຶ້ນລາຄາ ໂດຍລຳພັງຈົນຄະນະຮັບຜິດ ຊອບຈັດງານກໍບໍ່ສາມາດຄຸ້ມ ຄອງໄດ້

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ກໍດັ່ງພວກເຮົາໄດ້ ຮັບຮູ້ນຳກັນແລ້ວວ່າສະພາບປັ້ນປ່ວນທີ່ສຸດໃນງານບຸນອອກ

ພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ນັ້ນ ແມ່ນຜູ້ປະກອບການຮັບຝາກ ລົດຕ່າງໆ ຢູ່ບໍລິເວນງານບຸນ ດ່ັງກ່າວສວຍໂອກາດຂຶ້ນລາຄາ ໂດຍລຳພັງຈົນຄະນະຮັບຜິດ ຊອບຈັດງານກໍບໍ່ສາມາດຄຸ້ມ ຄອງໄດ້ຄື:

ລາຄາຝາກລົດຈັກ ທາງການກຳນົດ 10.000 ກີບຕໍ່ຄັນ ແຕ່ມີຜູ້ປະກອບການບາງຈຸດເກັບສູງເຖິງ 15-20 ພັນກີບ, ລົດໃຫຍ່ 20.000 ກີບ ເກັບຂຶ້ນເປັນ 30-50 ພັນກີບ, ອັນໄດ້ສ້າງພາບພົດບໍ່ດີ ແລະ ກໍໃຫ້ ເກີດມີຫາງສຽງສັງຄົມ.

ດັ່ງນັ້ນຍັງອີກບໍ່ດົນງານບຸນນະມັດສະການພະທາດຫລວງກໍຈະໝູນວຽນມາຮອດແລ້ວ ແລະ ກໍເປັນງານໃຫຍ່ ລະດັບຊາດອີກງານໜຶ່ງ,

ໂດຍ ຈະມີຜູ້ມາທ່ຽວຊົມເປັນຈຳ ນວນຫລາຍນັບທັງແຂກພາຍໃນ ແລະ ຕ່າງປະເທດກໍຈະເພີ່ມທະວີຂຶ້ນເພາະງານບຸນທາດຫລວງປີນີ້ ຈະຈັດຂຶ້ນແບບຍິ່ງໃຫຍ່ ແລະ ມີຫລາຍກິດຈະກຳ.

Related Posts

Leave a Reply

Your email address will not be published. Required fields are marked *