ໂຈະການເປີດຕະຫຼາດ ທົ່ງຂັນຄຳ

ເພື່ອເປັນການປະຕິບັດຄໍາສັ່ງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 016/ຈນວ, ລົງວັນທີ​ 19 ກັນຍາ 2021 ໃຫ້ມີຄວາມເຂັ້ມງວດ ແລະ ໜັກແໜ້ນຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ເຊິ່ງປະຈຸບັນໄດ້ມີການແຜ່ລະບາດເຂົ້າຫາຊຸມຊົນເປັນຈຳນວນຫຼວງຫຼາຍ, ສຳລັບຕະຫຼາດພາກເຊົ້າ 1,ບ້ານ ທົ່ງຂັນຄຳ, ເມືອງຈັນທະບູລີ.

ເຊີ່ງມີຊາວຄ້າຂາຍມີຜູ້ຕິດເຊື້ອ ພະຍາດໂຄວິດ – 19 ຕາມຜົນກວດອອກມາ ຄັ້ງວັນທີ 26 ກັນຍາ 2021 ( ຜົນອອກມາເປັນບວກ ), ຄະນະສະເພາະກິດເມືອຈັນທະບູລີ ຈື່ງຂໍຄວາມຮ່ວມມື ແລະ ຂໍຖືເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:

1. ໃຫ້ໂຈະຊົ່ວຄາວການເປີດບໍລິການຕະຫຼາດພາກເຊົ້າ 1 , ຕະຫຼາດພາກເຊົ້າ 2 ຕັ້ງຢູ່ບ້ານ ທົ່ງຂັນຄຳ, ເມືອງ ຈັນທະບູລີ ນັບແຕ່ວັນທີ 27 – 30 ກັນຍາ 2021 ເປັນຕົ້ນໄປ ເພື່ອໃຫ້ດຳເນີນການສີດຢາຂ້າເຊື້ອ ແລະ ເຮັດອານາໄມຄວາມສະອາດ ໃນທົ່ວບໍລິເວນຕະຫຼາດ ແລະ ຈຸດຂາຍສິນຄ້າ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ, ໃຫ້ຊາວຄ້າຂາຍທັງໝົດຢູ່ໃນ ຕະຫຼາດ

ແລະ ຂອບເຂດດ້ານນອກຕະຫຼາດ ໃນວົງລັດສະໝີ ທີ່ຂະແໜງສາທາລະນະສຸກກຳນົດ ໃຫ້ໄປກວດຫາເຊື້ອພະຍາດ ໂຄວິດ-19 ແລະ ແຈ້ງເຈົ້າຂອງຕະຫຼາດ, ຈັດສັນຕະຫຼາດ, ໂຄສະນາເຜີຍແຜ່​ ແລະ ແຈ້ງໃຫ້ຊາວຄ້າຂາຍ,

ພະນັກງານຂອງຕົນບໍ່ ໃຫ້ແຕກຕື່ນ ແລະ​ ຕິດຕາມອາການຂອງຕົນເອງຢູ່ບ້ານ ( ໃນໄລຍະນີ້ບໍ່ໃຫ້ຊາວຄ້າຂາຍດັ່ງກ່າວໄປຂາຍຢູ່ຈຸດອື່ນໆ ເນື່ອງຈາກຈະເປັນການແຜ່ເຊື້ອ ).

Related Posts

Leave a Reply

Your email address will not be published. Required fields are marked *