ເຫດຄົນເສຍຊີວິດໄຫລນ້ຳ !

ຜູ້ເສຍຊີວິດ01ຄົນ
ໃນວັນທີ 27 ຕຸລາ 2022 ເວລາ 14:22ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີຜູ້ເສຍຊີວິດໄຫລນ້ຳຄານຢູ່ທ່າບ້ານ ວັດແສນ ນະຄອນຫລວງພະບາງ

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຊາຍ01ຄົນ: ຊື່ທ້າວ ກຸນເທວິນ ກຸນທະວັດພິນໂຍ ອາຍຸ 31ປີ
#ສ່ວນຂໍ້ມູນຕ່າງໆແມ່ນຢູ່ໃນການສືບສວນຂອງເຈົ້າຫນ້າທີ່ຕຳຫລວດ

ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ
#ປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະຫນາ
ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ🙏🙏🙏🙏
#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625
#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑