ລຸງທອງ ເກີດຢູ່ບ້ານຄູບ ປີ 1906 ໄດ້ແຕ່ງງານກັບນາງດີ ສິງຊອມ ໄດ້ເຖິງແກ່ມໍລະນະພາບແລ້ວ. ເຂົາເຈົ້າມີລູກນຳກັນທັງໝົດ 4 ຄົນ. ເປັນເພດຊາຍ 2 ຄົນ, ຍິງ 2 ຄົນ. ລູກ 2 ຄົນກໍ່ເສຍຊີວິດແລ້ວ, ລຸງທອງລຸນໄດ້ໄປບວດຄັງແລກເມື່ອປີ ປີ 1969 . ຄັ້ງນັ້ນທ່ານເປັນຫ່ວງເຖິງລູກຫຼານຫຼາຍ ຈິ່ງໄດ້ລາສິກຂາອອກມາ ແລະ ໄດ້ໄປບວດອີກໃນປີ 1999. ຈົນມາຮອດປັດຈຸບັນ, ມີອາຍຸໄດ້ 21 ປີ, ລຸງທອງ ໄດ້ຖືກເອີ້ນວ່າເປັນພຣະອະລິຍະສົງ 6 ແຜ່ນດິນ.
ນາງ ລີ ສິລິບຸດ ອາຍຸ 65 ປີ ລູກສາວຫຼ້າຂອງ ປູ່ທອງ ເລົ່າວ່າ: ລຸງ ອາຍຸ 114 ປີ 11 ເດືອນ. ສຸຂະພາບດີ ບໍ່ມີພະຍາດປະຈຳຕົວ ບໍ່ເຄີຍໄປໂຮງໝໍ, ຄວາມຊົງຈຳດີ.

ແຕ່ເຊົ່ານີ້ ພໍ່ໄດ້ເວົ້າກັບຕົນວ່າ: ພໍ່ຈະຕາຍແລ້ວນະ. ເຈົ້າຢ່າໂສກເສົ້າ ຢ່າເສຍໃຈ ຈົ່ງເບິ່ງແຍງລູກຫຼານຂອງເຈົ້າໃຫ້ດີ. ຕົນກໍ່ຕອບວ່າ: ພໍ່ຢ່າເວົ້າແບບນັ້ນ ພໍ່ຍັງຈະຢູ່ກັບພວກລູກຂອງເຈົ້າເປັນເວລານານໆ. ພໍ່ກໍ່ຕອບວ່າ: ເຖິງເວລາແລ້ວ ຈາກນັ້ນ ຫຼວງປູ່ກໍມິດງຽບ ຕົນຈຶ່ງຮ້ອງວ່າ ຫຼວງປູ ຫຼວງປູ່ ແຕ່ກໍບໍ່ຮູ້ສຶກຕົວອີກ ແລະ ຢຸດຫາຍໃຈ ຫຼວງປູ່ໄດ້ເຖິງແກ່ມໍລະນະກຳໃນເວລາ 9.40 ໂມງ ຂອງມື້.
ຄຽງຄູ່ກັນນັ້ນ, ທ່ານ ນາງ ສຸຈິດຕາ ອາສັກ, ໃຫ້ຮູ້ວ່າ: ຕັ້ງແຕ່ເກີດມາ, ນາງຈື່ໄດ້ວ່າ ລຸງໄດ້ບວດແລ້ວ. ຫຼວງປູ່ຢູ່ໃນສິນ. ບໍ່ເຄີຍມີບັນຫາກັບໃຜ. ເປັນຄົນດີ ຫຼວງປູເປັນພະສົງສາມັນ. ບໍ່ຕ້ອງການທີ່ຈະມີຕໍາແຫນ່ງໃດໆ ບໍ່ໄຝ່ຝັນຢາກເປັນໃຫຍ່ ທ່ານເຮັດແຕ່ສິ່ງທີ່ດີໆມາຕະຫຼອດເປັນນ່າເຊື່ອຖື ແລະ ໄດ້ຮັບການເຄົາລົບນັບຖືຈາກມ່ວນຊົນທັງຫຼາຍ. ຫຼວງປູ່ມີຊື່ສຽງໂດ່ງດັງ ແລະ ເປັນທີ່ເຄົາລົບນັບຖືຂອງຊາວພຸດທົ່ວທຸກມຸມໂລກ ເພາະຫຼວງປູ່ມີອາຍຸຍືນຍາວ.
