ກະຊວງປ້ອງກັນປະເທດ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ນາງໝ້າຍ ຄຳສີ ວົງຄຳຊາວ ພ້ອມລູກຫຼານ.
ຂໍແຈ້ງຂ່າວຄວາມເສົ້າສະຫຼົດ ໃຈ ມາຍັງຍາດຕິພີ່ນ້ອງເພື່ອນມິດສະຫາຍທີ່ປູ່ໃກ້ ແລະ ໄກ ໃຫ້ຊາບທົ່ວເຖິງກັນວ່າ: ທ່ານ ພົນຈັດຕະວາ ສົມຫວັງ ວົງຄຳຊາວ ພະນັກງານປະຕິວັດອາວຸໂສບຳນານ, ອະດີດກຳມະການຄະນະພັກກະຊວງປ້ອງກັນປະເທດ, ອະດີີດຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ.
ໄດ້ເຖິງແກ່ມໍລະນະກຳແລ້ວ ໃນເວລາ 14:45 ໂມງ, ຂອງວັນທີ 22.10.2022 ດ້ວຍໂລກຊະລາ ລວມອາຍຸ ໄດ້ 86 ປີ ສົບຂອງເພິ່ນ ຈະໄດ້ບຳເພັນກຸສົນ ຢູ່ທີ່ເຮືອນຂອງເພິ່ນເອງ, ບ້ານ ໂພນຕ້ອງຈອມມະນີ (ຮ່ອມ9) ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ລາຍລະອຽດດັ່ງນີ້:– ວັນອັງຄານ, ວັນທີ 25 ຕຸລາ 2022 ຈັດພິທີວາງພວງມາລາ ຢ່າງເປັນທາງການ.
– ວັນພຸດ ວັນທີ 26 ຕຸລາ 2022 ເປັນມື້ຊາປະນາກິດສົບ ເວລາ 13:00 ໂມງ ທີ່ວັດເທບນິມິດ(ວັດທາດຝຸ່ນ)
– ວັນພະຫັດ ວັນທີ 27 ຕຸລາ 2022 ເປັນມື້ຫ້າງຫາກະກຽມກອງບຸນ.
– ວັນສຸກ ວັນທີ28 ຕຸລາ 2022 ເປັນມື້ໃສ່ບາດ ຖະຫວາຍສັງຂະທານ ແດ່ພະສົງ 09 ອົງ.