ຕົກໃຈ! ເງິນຊະເຕັມທາງ ຄົນແຫ່ຊ່ວຍເກັບ ເຈົ້າຂອງຄົນຂັບສິບລໍ້ລືມວາງໄວ້ບ່ອນປະຕູ
TikTok @sutasineebuachaban ໄດ້ໂພສຄຣິບຊາວບ້ານກຳລັງຊ່ວຍກັນເກັບເງິນທີ່ປິວຊະເຕັມຫົນທາງຈຳນວນຫຼາຍ ໂດຍລະບຸຂໍ້ຄວາມວ່າ “ຂອບໃຈພົນລະເມືອງດີທຸກຄົນ ຕອນນີ້ປະສານເຈົ້າໜ້າທີ່ແລະສົ່ງຄືນເຈົ້າຂອງຮຽບຮ້ອຍແລ້ວ”ເປັນເຫດການທີ່ເກີດຂຶ້ນຢູ່ປະເທດເພື່ອນບ້ານ ຊາວບ້ານພົນລະເມືອງດີທີ່ຂັບລົດຜ່ານທາງກຳລັງລົງໄປຊ່ວຍກັນເກັບເງິນຈຳນວນຫຼາຍ ທີ່ປິວຊະເຕັມທາງ ແລ້ວນຳມາລວມກັນໄວ້ກ່ອນໄປແຈ້ງເຈົ້າໜ້າທີ່ຕຳຫຼວດ.

ຈາກນັ້ນຜູ້ໂພສໄດ້ເຂົ້າມາສະແດງຄວາມຄິດເຫັນບອກວ່າ “ ພົບເຈົ້າຂອງເງິນແລ້ວ ຕອນນີ້ເຈົ້າໜ້າທີ່ຕຳຫຼວດໄປກວດສອບກັບທະນາຄານແລ້ວວ່າໄດ້ໄປເບິກເງິນມາແທ້ເປັນເຈົ້າຂອງຕົວຈິງ ແລະສົ່ງມອບຮຽບຮ້ອຍແລ້ວ” ສ່ວນສາເຫດນັ້ນລະບຸວ່າ.

ເຈົ້າຂອງເງິນເປັນຄົນຂັບສິບລໍ້ ໂດຍນຳເງິນຈຳນວນດັ່ງກ່າວວາງໄວ້ພື້ນບ່ອນຢຽບ ພໍເປີດປະຕູແລ້ວກໍ່ຂຶ້ນລົດໄປເລີຍລຶມຈັບເງິນ ສ່ວນເງິນທີ່ເກັບໄດ້ນັ້ນບໍ່ຄົບ ໜ້າຈະປິວຕົກຂ້າງທາງແລ້ວເບິ່ງບໍ່ເຫັນ.
