ປກສ ເມືອງສີສັດຕະນາກສືບຕໍ່ກວດກາສຶກສາອົບຮົມເຮັດບົດບັນທຶກຮ້ານອາຫານຕາມຄຳສັ່ງເລກທີ 016/ຈນວ.

ປກສ ເມືອງສີສັດຕະນາກສືບຕໍ່ກວດກາສຶກສາອົບຮົມເຮັດບົດບັນທຶກຮ້ານອາຫານຕາມຄຳສັ່ງເລກທີ 016/ຈນວ.

ເວລາ 22 ໂມງ 10 ນາທີ ວັນທີ 25 ກັນຍາ 2021 ພະແນກສັນຕິບານ ປກສ ເມືອງສີສັດຕະນາກ ໄດ້ລົງກວດກາຮ້ານອາຫານ ສີສຸພັນ ບ້ານດົງປ່າລານທົ່ງ ເມືອງສີສັດຕະນາກ ນວ ເຊິ່ງພົບເຫັນມີການດື່ມເຫຼົ້າເບຍຈຳນນວນ 3 ຄົນ, ຈຶ່ງໄດ້ສຶກສາອົບຮົມກ່າວເຕື່ອນ ໃຫ້ເຂົ້າໃຈໃນການປະຕິບັດມາດຕະການຄຳສັ່ງເລກທີ 016/ຈນວ ພ້ອມທັງມອບໃຫ້ບ້ານຕິດຕາມ ຖ້າຍັງລະເມີດຈະນຳໃຊ້ມາດຕະການປັບໃໝຢ່າງເຂັ້ມງວດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ເປັນເຈົ້າການໃນການປ້ອງກັນ,

ສະກັດກັ້້ນ, ການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ ຖ້າເມີນເສີຍປ່ອຍໃຫເຄຫາສະຖານທີ່ຕົນເອງຮັບຜິດຊອບເປັນບ່ອນຊຸມແຊວເຫຼົ້າເບຍທີ່ເປັນສາເຫດເຮັດໃຫ້ການແຜ່ລະບາດພະຍາດໂຄວິດ-19 ຂະຫຍາຍອອກສູ່ວົງກວ້າງ.

ຖ້າລະເມີດເຈົ້າໜ້າທີ່ກວດພົບຈະດຳເນີນຕາມກົດໝາຍຢ່າງບໍ່ມີຂໍ້ຍົກເວັນ ຮຽກຮ້ອງສັງຄົມຖ້າພົບເຫັນການລະເມີດລາຍງານມາເບີວອດແອັບ ປກສ ນວ 020 28899774.

Related Posts

Leave a Reply

Your email address will not be published. Required fields are marked *