ລົດຕູ້ກູ້ໄພທີ່ຮັບໃຊ້ປະຊາຊົນເປ່ເພ ຂໍວອນສັງຄົມຈົ່ງເຫັນໃຈ ຊ່ວຍກັນແຊຣໃຫ້ເຖິງຜູ້ໃຈບຸນ

ຫລືປະກອບສ່ວນຜູ້ລະ5ລະ10ກໍໄດ້ເຊັ່ນກັນເນື່ອງຈາກລົດກູ້ໄພອາສາເພື່ອປະຊາຊົນ1624ແລ່ນທຸກມື້ຈົນປະສົບບັນຫາຕ້ອງໄດ້ສ້ອມແປງ.ຂໍວອນສັງຄົມຮ່ວມຊ່ວຍເຫຼືອໜ່ວຍກູ້ໄພ ສ້ອມແປງຈັກລົດທີ່ເປ່ເພອອກຊ່ວຍສັງຄົມບໍ່ໄດ້ຍ້ອນຫົວສີດນໍ້າມັນກາຊວນຕັນ ຄ່າສ້ອມແປງມູນຄ່າ 14.000.000ກີບ.

ເນື່ອງຈາກປະຈຸບັນລົດສຸກເສີນ ຫມາຍເລກ02 ທີ່ແລ່ນຮັບໃຊ້ສັງຄົມທຸກມື້ເປັນເວລາ1ປີ ນໍ້າມັນເປື້ອນຈຶ່ງເກີດສາເຫດໃຫ້ຫົວສີດຕັນເຮັດໃຫ້ໄດ້ສ້ອມແປງໃຫ້ທັງໝົດ ອີງໃສ່ງົບປະມາດຢູ່ໜ່ວຍງານມີພຽງແຕ່800.000ກີບ ຍັງຂາດອີກ 13.200.000ກີບຈຶ່ງຂໍວອນສັງຄົມທຸກພາກສ່ວນ ຮ່ວມຊ່ວຍເຫລືອຫນ່ວຍກູ້ໄພພວກເຮົາດ້ວຍ ເພື່ອສ້ອມແປງລົດໃຫ້ກັບມາຮັບໃຊ້ສັງຄົມໄດ້ຄືເກົ່າ.

ທ່ານຜູ້ໃຈບຸນທັງຫລາຍຢາກໃຫ້ການຊ່ວຍເຫລືອໜ່ວຍງານກູ້ໄພ1624 ເຂດເມືອງປາກງື່ມ ສ້ອມແປງລົດສຸກເສີນ.

ທ່ານສາມາດບໍລິຈາກເຂົ້າບັນຊີ ລວມຄະນະບໍລິຫານງານໜວຍກູ້ໄພອາສາເພື່ອປະຊານຊົນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ;ເລກບັນຊີ: 54323636 . ກີບແລ້ວລະບຸເຫດຜົນການບໍລິຈາກດ້ວຍ.

ສອບຖາມຂໍ້ມູນເພີ່ມເຕີມໂທ 020 54323636 – 020 7894 1624 .

Related Posts

Leave a Reply

Your email address will not be published. Required fields are marked *