ຢາກໃຫ້ຜູ້ຊາຍສະຫຼະເວລາອ່ານ! ເມຍ: ຄືຄົນທີ່ຍອມເສຍສະຫຼະຫຸ່ນໂຕເອງ ເພື່ອອຸ້ມທ້ອງໃຫຍ່ໆ9ເດືອນເຕັມໃຫ້ກັບລູກຂອງເຮົາ

#ເມຍ: ຄືຄົນທີ່ຍອມເສຍສະລະຫຸ່ນໂຕເອງເສຍສະລະຄວາມເປັນສາວເສຍສະລະຄວາມສຸກສ່ວນຕົວເພື່ອອຸ້ມທ້ອງໃຫຍ່ໆ9ເດືອນເຕັມໃຫ້ກັບລູກຂອງເຮົາ.

ຈາກທີ່ເຄີຍມີຫຸ່ນດີ ມີອິດສະລະ ຕອນນີ້ໄດ້ເສຍສະລະອຸ້ມທ້ອງລູກຂອງເຮົາຕັ້ງ9ເດືອນ ອາລົມແປປວນ ຂີ້ຫຶງ ຂີ້ຫວງ ຂີ້ໄຫ້ ເອົາແຕ່ໃຈ ຫນ້າໂຊມ ຕຸ້ຍຂຶ້ນ ສິວຂຶ້ນ ສາລະພັດຄວາມປ່ຽນແປງ….ແຕ່ຄວາມຮັກທີ່ອ້າຍມີຕໍ່ເຈົ້າບໍ່ເຄີຍປ່ຽນແປງຍັງຮັກຄືມື້ທີ່ອ້າຍຂໍເຈົ້າເປັນແຟນ

ຢ່າປ່ອຍປະລະເລີຍເມຍໃນຕອນທີ່ກຳລັງຖືພາ ເພາະຄົນທີ່ເມຍຕ້ອງການໃຫ້ເອົາໃຈໃສ່ດູແລທີ່ສຸດໃນເວລານີ້ກໍຄືຜູ້ເປັນຜົວ (ຢ່າສາບສວຍໂອກາດເວລານີ້ໄປນອກກາຍນອກໃຈເມຍ) ເພາະຜູ້ຊາຍບໍ່ເຄີຍຖືພາແທນເມຍໄດ້ ບໍ່ເຄີຍແພ້ທ້ອງຄືເມຍ ບໍ່ເຄີຍອຸ້ມທ້ອງໃຫຍ່ໆຄືເມຍສະນັ້ນຈົ່ງຮັກສາດູແລເຄິ່ງ1ຂອງຊີວິດເຈົ້າໄວ້ໃຫ້ດີ

#ເອົາເຂົາອອກຈາກພໍ່ແມ່ມາຢູ່ນຳຕົນແລ້ວຄວນຮັກສາດູແລແລະເບິ່ງເເຍງເຂົາໃຫ້ດີ#ເພາະຍາມທີ່ເຮົາບໍ່ມີຫຍັງກໍ່ມີເມຍຄົນນີ້ທີ່ຄອຍຍິ້ມໃຫ້ກຳລັງໃຈໃຫ້ສູ້ຜ່ານອຸປະສັກຕ່າງໆໄປນຳກັນ.

ຈາກ: Lamphoun&Mimee

Related Posts

Leave a Reply

Your email address will not be published. Required fields are marked *