ເຈົ້າຂອງເຄຫາສະຖານເມີນເສີຍປະປ່ອຍໃຫ້ມີ ການຕັ້ງວົງຊຸມແຊວ

ເຈົ້າຂອງເຄຫາສະຖານເມີນເສີຍປະປ່ອຍໃຫ້ມີ ການຕັ້ງວົງຊຸມແຊວເຫຼົ້າເບຍຈະຖືກດຳເນີນມາດຕະການຢ່າງເຂັ້ມງວດ

ເວລາ 1 ໂມງ 30 ນາທີ ວັນທີ 25 ກັນຍາ 2021 ສນ 1191 ປກສ ກຸ່ມໜອງທາ, ປກສ ເມືອງຈັນທະບູລີ ແລະ ອົງການປົກຄອງບ້ານໜອງທາ ລົງກວດກາ ເຄເອສອາພາດເມັ້ນຕັ້ງຢູ່ບ້ານຫ້ວຍຫົງ.

ພົບເຫັນຊາວໜຸ່ມຈຳນວນ 16 ຄົນຍິງ 5 ຄົນ, ຕັ້ງວົງຊຸມແຊວເຫຼົ້າເບຍຈຶ່ງໄດ້ສຶກສາອົບຮົມກ່າວເຕື່ອນ ເຮັດບົດບັນທືກ ພ້ອມນຳໃຊ້ມາດຕະການປັບໃໝ ສ່ວນເຈົ້າຂອງອາພາດເມັ້້ນຈະເຊີນຂຶ້ນເມືອຫ້ອງການກຸ່ມ ແລະ ຈະປະຕິບັດຕາມຄຳສັ່ງເລກທີ 016/ຈນວ ຢ່າງເຂັ້ມງວດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການໃຫ້ເປັນເຈົ້າການໃນການປ້ອງກັນ, ສະກັດກັ້້ນການແຜ່ລະບາດພະຍາດໂຄວິດ-19 ຖ້າເມີນເສີຍປ່ອຍໃຫເຄຫາສະຖານທີ່ຕົນເອງຮັບຜິດຊອບເປັນບ່ອນຕັ້ງວົງຊຸມແຊວເຫຼົ້າເບຍທີ່ເປັນສາເຫດເຮັດໃຫ້ການແຜ່ລະບາດພະຍາດໂຄວິດ-19 ຝ.

ຂະຫຍາຍອອກສູ່ວົງກວ້າງ ຖ້າລະເມີດເຈົ້າໜ້າທີ່ກວດພົບຈະດຳເນີນຕາມກົດໝາຍຢ່າງບໍ່ມີຂໍ້ຍົກເວັນ ຮຽກຮ້ອງສັງຄົມຖ້າພົບເຫັນການລະເມີດລາຍງານມາເບີວອດແອັບ ປກສ ນວ 020 28899774.

Related Posts

Leave a Reply

Your email address will not be published. Required fields are marked *