ເຮືອບິນຕົກໃນຣັດເຊຍ ເສຍຊີວິດທັງໝົດ

ເຮືອບິນຕົກໃນຣັດເຊຍ ເສຍຊີວິດທັງໝົດ

ສຳນັກ​ຂ່າວ ​ທາສ(Tass)ຂອງຣັດ​ເຊຍ,ວັນ​ທີ23ກັນຍາ2021 ລາຍ​ງານ​ວ່າ:ລູກ​ເຮືອ6​ຄົນ​ ຢູ່​ເຮືອບິນ​ຂົນ​ສົ່ງ ​ອັນ​ໂຕ​ນໍ​ຟ ອັນ-26 ​ເສຍ​ຊີວິດ ​ທັງ​ໝົດ ຫລັງ​ຈາກ​ ເກີດ​ອຸບັດ​ເຫດ​ ໃນ​ພື້ນ​ທີ່ ທາງ​ພາກ ​ຕາ​ເວັນ​ອອກ​​ໄກ​ ຂອງຣັດ​ເຊຍ ​ເຊິ່ງມີ​ອາຍຸ​​ໃຊ້​ງານ​ ໃນ​ການ​ບິນ 42ປີ​ແລ້ວ ​ແລະ ​ເປັນ​ຂອງ​ບໍລິສັດ​ ກວດ​ສອບ ທາງ​ເຕັກນິກ ທີ່​ສະໜາມ​ບິນ ຣັດ​ເຊຍ ​ໄດ້​ຫາຍ​ຈາກ ​ຈໍ​ເຣດ້າ

ຈາກ​ນັ້ນ ​ໄດ້​ພົບຊາກ​ ຂອງເຮືອບິນ​ ທີ່​ເຂົ້າ​ເຖິງ​ຍາກ ​ແລະ​ ພວມ​ສົ່ງ​ເຈົ້າໜ້າ​ທີ່ ກູ້​ໄພ​ ໄປ​ຍັງ​ພື້ນ​ທີ່​ ດັ່ງກ່າວ ຢ່າງ​ຮີບ​ດ່ວນ./.

ທີ່ມາ

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *