ອີກບໍ່ດົນແລ້ວເດີ.. ໂຮງໝໍມະໂຫສົດ ຈະບໍລິການປະຊາຊົນຢ່າງເຕັມທີ່ ແລະ ທັນໃຈ..ແນ່ນອນ
ໂຮງໝໍມະໂຫສົດຫຼັງໃໝ່ທີ່ຈີນຊ່ວຍເຫຼືອຈະກາຍເປັນໂຮງໝໍລັດທີ່ໃຫຍ່, ປະຫຍັດພະລັງງານ ແລະທັນສະໄໝທີ່ສຸດ
ໃນໂອກາດທີ່ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ ໃຫ້ສໍາພາດເມື່ອບໍ່ດົນມານີ້ ກ່ຽວກັບການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງລາວ-ຈີນ,ທ່ານທູດໄດ້ຍົກຍ້ອງໂຮງໝໍມະໂຫສົດອທີ່ໄດ້ຮັບການຊວ່ຍເຫຼືອກໍ່ສ້າງຈາກ ສປ ຈີນ ຈະກາຍເປັນສັນຍາລັກແຫ່ງການຊ່ວຍເຫຼືອ ແລະ ການຮ່ວມມືໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງ ລາວ-ຈີນ ແລະ ຍັງຈະກາຍເປັນໂຮງໝໍລັດທີ່ໃຫຍ່, ປະຫຍັດພະລັງງານ ແລະທັນສະໄໝທີ່ສຸດຂອງ ສປປ ລາວ.
ທ່ານ ຈ່ຽງ ຈ່າຍຕົ່ງ ກ່າວວ່າ: ທ້າຍ 2017 ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງໂຮງໝໍມະໂຫສົດ ເຊິ່ງເຮັດໃຫ້ຂ້າພະເຈົ້າປະທັບໃຈຫຼາຍ, ເພາະສາມາດຮູ້ສຶກເຖິງການນໍາ ລາວ-ຈີນ ໄດ້ໃຫ້ຄວາມເອົາໃຈໃສ່ສູງຕໍ່ການກໍ່ສ້າງໂຮງໝໍດັ່ງກ່າວ. ສະນັ້ນ, ພວກຂ້າພະເຈົ້າກໍໄດ້ພະຍາຍາມຊອກຫາທຸກວິທີເພື່ອເລັ່ງລັດຊຸກຍູ້ການກໍ່ສ້າງໂຮງໝໍມະໂຫສົດ
ເພື່ອສ້າງເປັນສັນຍາລັກແຫ່ງການຊ່ວຍເຫຼືອແລະ ການຮ່ວມມືໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງ ລາວ-ຈີນ ເຊິ່ງໂຮງໝໍແຫ່ງນີ້ມີຈຸດພິເສດຫຼາຍຢ່າງຄື: ອັນທໍາອິດແມ່ນເປັນໂຮງໝໍທີ່ໃຫຍ່ ແລະ ມີຕຽງນອນຫຼາຍທີ່ສຸດ ເຊິ່ງມີເນື້ອທີ່ຫຼາຍກວ່າ 30ຕາຕະລາງແມັດ ສ່ວນເນື້ອທີ່ບ່ອນປຸກສ້າງກວມເອົາເກືອບ 5,5 ໝື່ນຕາຕະລາງແມັດ, ມີຕຽງນອນ 600 ຕຽງ.
ຈຸດພິເສດທີ 2, ກໍຄືມີພື້ນຖານໂຄງລ່າງ ແລະ ມີການຈັດຕັ້ງທີ່ສົມບູນທີ່ສຸດ ແລະ ປະສົມປະສານກັນລະຫວ່າງຄວາມດັ້ງເດີມ ແລະ ຄວາມທັນສະໄໝ, ຂະນະດຽວກັນຕ້ອງສົມທົບກັບຄວາມທັນສະໄໝທີ່ເນັ້ນຄຸນນະພາບ ແລະ ປະຢັດພະລັງງານນໍາ.
ສ່ວນການຈັດຕັ້ງພະແນກຕ່າງໆນັ້ນແມ່ນກວມລວມໝົດທຸກພະແນກ, ຈາກພະແນກສຸກເສີນ, ພະແນກກວດພະຍາດປະຈໍາວັນ, ຕຶກຄົນເຈັບ ຈົນຮອດຫ້ອງການບໍລິຫານ ແລະ ລະບົບອື່ນໆ; ຈຸດພິເສດທີ 3 ກໍຄື, ເຖິງຈະພົບອຸປະສັກຫຼາຍຢ່າງແຕ່ກໍສາມາດກໍ່ສ້າງໄດ້ດີ ແລະ ມີສິ່ງຄໍ້າປະກັນທີ່ດີທີ່ສຸດ. ຄືດັ່ງບັນດາທ່ານໄດ້ຮັບຮູ້ວ່າໂຮງໝໍແຫ່ງນີ້ແມ່ນສ້າງໃໝ່ ແລະເສີມສ້າງບົນພື້ນຖານໂຕເກົ່າ ເຊິ່ງຕະຫຼອດເວລາການກໍ່ສ້າງນັ້ນແມ່ນທັງໄດ້ນໍາໃຊ້ຕຶກເກົ່າທັງກໍ່ສ້າງຕຶກໃໝ່ ແລະ ຖືວ່າເປັນສິ່ງທ້າທາຍອັນໜຶ່ງສໍາລັບການກໍ່ສ້າງ.
ພິເສດ, ເມື່ອອາຄານຕຶກໃຫຍ່ຂອງໂຄງການໄລຍະທີ 1 ໃກ້ຈະສໍາເລັດການກໍ່ສ້າງພັດໄດ້ພົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການກໍ່ສ້າງບໍ່ວ່າຈະເປັນການເພີ່ມກໍາມະກອນ, ການນໍາເຂົ້າເຄື່ອງມື ແລະ ວັດສະດຸກໍ່ສ້າງຈົນຮອດຕົ້ນທຶນການກໍ່ສ້າງ ແລະ ອື່ນໆ. ແຕ່ແນວໃດກໍຕາມ, ບັນດານັກກໍ່ສ້າງຂອງພວກເຮົາກໍສາມາດຜ່ານຜ່າອຸປະສັກຕ່າງໆນາໆ ແລະ ໄດ້ຮັບປະກັນໂຄງການດັ່ງກ່າວໃຫ້ມີຄວາມຄືບໜ້າຢູ່ເລື້ອຍໆ.
ມາຮອດເດືອນກັນຍານີ້, ໄລຍະທີ 1 ໄດ້ຖືກສ້າງສໍາເລັດ ແລະ ໄດ້ມາດຕະຖານ, ສາມາດຜ່ານການກວດກາ ເຊິ່ງເປັນສິ່ງທີ່ປິຕິຊົມຊື່ນຕໍ່ຄວາມຄືບໜ້າດັ່ງກ່າວ. ພາຍຫຼັງມອບ-ຮັບໂຄງການໄລຍະທີ 1 ແລ້ວ, ໂຄງການຈະຫັນເຂົ້າມາກໍ່ສ້າງໄລຍະທີ 2 ໂດຍຈະພະຍາຍາມສ້າງສໍາເລັດກ່ອນທ້າຍປີໜ້າ ເພື່ອມອບໂຮງໝໍທີ່ມີຄຸນນະພາບໃຫ້ແກ່ຝ່າຍລາວ.
ຫຼັງຈາກນັ້ນ, ຝ່າຍຈີນຍັງຈະຈັດຝຶກອົບຮົມທາງດ້ານວິຊາການໃຫ້ແກ່ແພດລາວເປັນໄລຍະ 3 ປີ ເຊິ່ງຈະເປັນສິ່ງທີ່ຄໍ້າປະກັນວ່າ ໂຮງໝໍແຫ່ງນີ້ຈະກາຍເປັນສູນກາງແຫ່ງການຮຽນການສອນທາງດ້ານການແພດຂອງຝ່າຍລາວນໍາອີກ ເພື່ອອົບຮົມບຸກຄາລາກອນການແພດລາວໃຫ້ມີຄຸນນະພາບ.