ຂໍຄວາມຊ່ວຍເຫຼືອເດີ້

ຂໍແຈ້ງລະດົມທຶນຊ່ວຍນັກສຶກສາລາວ

ສະບາຍດີອ້າຍເອື້ອຍນ້ອງນັກສຶກສາທົ່ວພາກໃຕ້ ສສ ຫວຽດນາມ 🙏

*ຂໍແຈ້ງລະດົມທຶນຊ່ວຍນັກສຶກສາລາວປ່ວຍເປັນວັນນະໂລກເຫຍື່ອຫຸ້ມສະຫມອງ ແລະ ໂຄວິດ-19.

ອາການສາຫັດ ກຳລັງນອນຫ້ອງມໍລະສຸມ

ຫມູ່ຂ້າພະເຈົ້າ ນາງ ນາລິນ ສີຫາຈັກ, ອາຍຸ 23ປີ, ນັກສຶກສາ ປີ3 ສາຂາແພດທົ່ວໄປ ມະຫາວິທະຍາໄລແພດສາດ Phạm Ngọc Thạch ເຂົ້າໂຮງຫມໍຕັ້ງແຕ່ງວັນທີ 16/09/2021 ຍ້ອນຫມົດສະຕິ ຈາກນັ້ນແພດໄດ້ບົ່ງມະຕິພະຍາດຜູ້ປ່ວຍເປັນ 7 ພະຍາດດ້ວຍກັນ ຄື:

(1). ອັກເສບຫລອດລົມ,(2). ຂາດເລືອດ(3). ຕິດເຊື້ອທາງເດີນປັດສະວະ,(4). ຕິດເຊື້ອໂຄວິດ-19,(5). ເລືອດອອກຢູ່ກະເພາະລຳໄສ້(6). ວັນນະໂຣກເຫຍື່ອຫຸ້ມສະໝອງ,(7). ວັນນະໂຣກປອດ.

ປະຈຸບັນ ຜູ້ປ່ວຍໄດ້ຜ່າຕັດໃຊ້ເຄື່ອງຊ່ວຍຫາຍໃຈທາງປາກ. ຜູ້ປ່ວຍນອນຫມົດສະຕິຕັ້ງແຕ່ວັນທີ 20/09/2021 ຮອດປະຈຸບັນຍັງບໍ່ຟື້ນ.

ເນື່ອງຈາກຜູ້ກ່ຽວເປັນຫລາຍພະຍາດຂ້ອນຂ້າງຮຸນແຮງ, ສະພາບການຕອນນີ້ຍັງຢູ່ໃນຂີດອັນຕະລາຍ. ການປິ່ນປົວໄດ້ໃຊ້ເງິນໄປແລ້ວ 35,622,000 ດົ້ງ ແລະ ຍັງຈະໄດ້ໃຊ້ຈ່າຍຄ່າປິ່ນປົວຕື່ມອີກ.

ດັ່ງນັ້ນ ທາງຄະນະສະມາຄົມອາສາສະຫມັກຊ່ວຍເຫລືອ ນັກສຶກສາລາວ ທົ່ວພາກໃຕ້ ສສ ຫວຽດນາມ ຈຶ່ງແຈ້ງລະດົມທຶນມາຍັງອ້າຍເອື້ອຍນ້ອງ ຜູ້ມີນ້ຳຈິດນ້ຳໃຈປະກອບສ່ວນ ແລະ ຊ່ວຍ ນາງ ນາລິນ ອີງຕາມຄວາມສາມາດຂອງຕົນ ເພື່ອຊ່ວຍໃຫ້ຜູ້ປ່ວຍ ໃນການປິ່ນປົວຍາວນານໃນຂ້າງຫນ້າ.

ຊ່ອງທາງຊ່ວຍເຫລືອ ຜ່ານເລກບັນຊີນັກສຶກສາທີ່ນອນຢູ່ຫ້ອງດຽວກັບ ນາງ ນາລິນ ຢູ່ຫໍພັກນັກສຶກສາລາວປະຈຳນະຄອນໂຮ່ຈິມິນ.- ເລກບັນຊີລາວ:

ທະນາຄານການຄ້າຕ່າງປະເທດລາວ030120001791315001PHONETHIP SISANE- ເລກບັນຊີຫວຽດນາມ:ທະນາຄານ sacombank – ສາຂາ Sai gon

060253841837PHOMMACHAN POUKKHAM

ຫມາຍເຫດ:

🙏 ຍ້ອນຜູ້ປ່ວຍຕິດເຊື້ອໂຄວິດ-19 ຈຶ່ງບໍ່ມີໃຜສາມາດໄປເຝົ້າລາວຢູ່ໂຮງຫມໍໄດ້.

🙏 ຍ້ອນຜູ້ປ່ວຍກຳລັງນອນຫ້ອງມໍລະສຸມຫມົດສະຕິ ຫລັບເລິກ ແລະ ຕາມກົດລະບຽບຂອງຫ້ອງມໍລະສຸມບໍ່ອະນຸຍາດໃຫ້ຖ່າຍພາບຜູ້ປ່ວຍ. ສະນັ້ນ ຂ້າພະເຈົ້າມີພຽງແຕ່ພາບກ່ອນຜູ້ປ່ວຍຈະເຂົ້າ ICU ເປັນຫລັກຖານ.

ຂໍຂອບໃຈ ນ້ຳໃຈອ້າຍນ້ອງນັກສຶກສາທຸກຄົນ.

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *