ຖືກກັກໂຕຍ້ອນ ເ ສ ບ ຫຼາຍຈົນປ່ວງ

ໃນວັນທີ 21ກັນຍາ2021 ເຈົ້າໜ້າທີ່ ປກສກຸ່ມ 2ກຸ່ມໂຄກແຫ້ເມືອງສັງທອງນະຄອນຫຼວງວຽງຈັນກັກຕົວຜູ້ກໍ່ເຫດອາລະວາດຄອບຄົວຊື່ ທ້າວ ນີ ອາຍຸ32ປີວ່າງງານຢູ່ບ້ານຫ້ວຍຫາງເມືອງສັງທອງນະຄອນຫຼວງວຽງຈັນ, ອຸປະກອນ ເ ສ ບ ຢ, ລ ະ ເ ບີ ດ ທ້ ອ ນ, ແກັບ ໝ າ ກ ຝ່ າ ໄຟຟ້າ 2 ດອກ.

ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບແຈ້ງໃນວັນທີ 21 ກັນຍາ 2021 ວ່າມີຄົນເ ສ ບ ຢ ແລ້ວອ າ ລ ະ ວ າ ດ ຄອບຄົວ ຢູ່ບ້ານຫ້ວຍຫາງ, ເຈົ້າໜ້າທີ່ ປກສ ກຸ່ມ 2 ໂຄກແຫ້ ເມືອງສັງທອງ ນວ ໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາສະຖານທີ່ເກີດເຫດ.

ຈຶ່ງກັກຕົວເປົ້າໝາຍດັ່ງກ່າວ ພ້ອມດ້ວຍເຄື່ອງຂອງ ກ າ ງ ມາສອບສວນ ນໍາສົ່ງຕົວຜູ້ກ່ຽວ ໄປຄ້າຍ ຄຸ ມ ຂັ ງ-ດັ ດ ສ້ າ ງ ນະຄອນຫຼວງວຽງຈັນເພື່ອກັ່ນຕອງຫາເຊື້ອໂຄວິດ ຫາກບໍ່ພົບເຊື້ອ ຈະນໍາເອົາຕົວຜູ້ກ່ຽວກັບຄືນ ຄ້ າ ຍ ຄຸ ມ ຂັ ງ ກອງບັນຊາການ ປກສ ເມືອງສັງທອງ ເພື່ອດໍາເນີນຄະດີ ຕາມກົດໝາຍ.

2021 Pated Lao

Related Posts

Leave a Reply

Your email address will not be published. Required fields are marked *