ອັບແດດ! ເມຍນ ້ອ ຍ ແຂງແຮງດີແລ້ວ ອາການດີຂື້ນຫລາຍແລ້ວ
ຈາກເຫດການທີ່ທຸກຄົນໄດ້ໄດ້ຊາບຜ່ານມາບໍ່ພໍເທົ່າໃດມື້ມານີ້: ເລື່ອງເມຍ ຫ ລ ວ ງ ຈູດ ເມ ຍ ນ ້໋ອ ຍ , ເຊີ່ງເຮັດໃຫ້ເມຍ ນ ້໋ອຍ ບາດ ເຈ ັ ບ ພໍ ສົມຄວນ ຈົນ ໄດ້ສົ່ງໄປຮັກສາ ຢູ່ໂຮງຫມໍ.
ແຕ່ປັດຈຸບັນນີ້ ອາການຂອງຜູ້ຖືກ ບາບເຈັບ ຫລື ເມ ຍ ນ້ອຍ ກໍ່ດີຂື້ນຫລາຍແລ້ວ. ລະກໍ່ສາມາດຍົກເຂນໄດ້ຢ່າງດີແລ້ວ. ແລະ ຫລາຍຄົນຍັງຄາໃຈ ຫລື ຢາກຮູ້ວ່າ ເມ ບ ນ໋ອຍ ຈະຕິດຄຸ ກ ບໍ່? ເລື່ອງນີ້ຍັງບໍ່ມີໃຜຮູ້ໄດ້ ມີແຕ່ລໍຖ້າການຊີ້ແຈ້ງຂອງເຈົ້າຫນ້າທີ່ ແຕ່ແນວຄວາມຄິດແລ້ວ ອາດຈະຍັງບໍ່ເຖິງຂັ້ນທີ່ຈະຕິ ດຄຸກ .
ແນວໃດກະລໍຕິດຕາມຕອນຕໍ່ໄປ, ແຕ່ມື້ນີ້ ພວກເຮົາມາຊົມຄລີບ ອາການຂອງ ຜູ້ ຖືກ ບ າບເຈັບ.
ທຸກຄົນທີ່ໄດ້ຊົມໄດ້ຮູ້ເຫດການນີ້ແລ້ວຢ່າຮຽນແບບເດີ. ເພາະຄັ້ງນີ້ເປັນຄັ້ງ ເຕືອນ ໃຫ້ທຸກຄົນມີສະຕິ.
ແລະ ຢ່າເຮັດແບບນີ້ ຕໍ່ໄປ.
ເຫດກ່ອນຫນ້ານີ້: ເປີດເຜີຍຕົ້ນເຫດຄະດີ: ເມຍໃຫຍ່ໃຊ້ນໍ້າມັນຫົດເມຍນ້ອຍ ແລ້ວຈູດໄຟ.
ສໍາລັບເຫດການທີ່ແມ່ຍິງສອງຄົນຜິດຖຽງກັນຢູ່ທີ່ບ້ານຖິ່ນທ່ຽງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຖິງຂັ້ນທໍາຮ້າຍຮ່າງກາຍຢ່າງຮຸນແຮງ ດ້ວຍການໃຊ້ນໍ້າມັນແອັດຊັງຫົດໃສ່ຄູ່ກໍລະນີ ກ່ອນຂີດໄຟຈູດ ເຮັດໃຫ້ໄດ້ຮັບບາດເຈັບສາຫັດ.
ກາຍເປັນກະແສໂດ່ງດັງທາງສື່ສັງຄົມອອນລາຍ ແລະ ມີຫາງສຽງວິຈານ ໄປຫຼາຍແງ່ມູມດ້ວຍການບໍລິໂພກຂໍ້ມູນບາງດ້ານທີ່ບໍ່ຖືກຕ້ອງ.ຕໍ່ກັບບັນຫາດັ່ງກ່າວ, ພັທ ສິງຄໍາ ລໍວັນໄຊ ຮັກສາການຫົວ ໜ້າກອງບັນຊາການ ປກສ ເມືອງປາກງື່ມ.
ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 15 ກັນຍາ 2021 ວ່າ: ກ່ຽວກັບເຫດການການເອົານໍ້າມັນສາດໃສ່ຮ່າງກາຍແລ້ວເອົາໄຟຈູດ ເຮັດໃຫ້ມີຄົນໄດ້ຮັບບາດເຈັບສາຫັດ 1 ຄົນ ແລະ ບາດເຈັບສົມຄວນ 1 ຄົນ; ເຊິ່ງເກີດຂຶ້້ນໃນວັນທີ 8 ກັນຍາ, ເວລາປະມານ 14:00 ໂມງ,
ຜູ້ກໍ່ເຫດຊື່ນາງ ດອກຈັນ ອາຍຸ 19 ປີ ບ້ານຖິ່ນທ່ຽງ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໃຫ້ການຕໍ່ເຈົ້າໜ້າທີ່ ວ່າ: ໃນປີ 2019 ໄດ້ສ້າງຄອບຄົວກັບ ທ້າວ ສຸວັນທອນ ຫຼື ຕົ້ນ ອາຍຸ 29 ປີຢູ່ບ້ານຖິ່ນທ່ຽງ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຈົນມີລູກນໍາກັນ 1 ຄົນ ອາຍຸ 10 ເດືອນ ແລະ ກໍາລັງຖືພາຜູ້ທີ 2 ໄດ້ 6 ເດືອນ; ຕະຫຼອດໄລຍະຜ່ານມາ, ພວກກ່ຽວແມ່ນມີເລື່ອງຜິດຖຽງ ແລະ ບໍ່ເຂົ້າໃຈກັນເປັນປະຈໍາ ຍ້ອນຜົວເປັນຄົນອາລົມຮ້ອນ ແລະ ມັກຫຼິ້ນສາວ; ມາຮອດປີ 2020, ຈຶ່ງໄດ້ຮູ້ວ່າ:
ທ້າວ ຕົ້ນ (ຜົວ) ໄດ້ມີການພົວພັນກັບ ນາງ ພອນສະຫວັນ ຫຼື ເມ ອາຍຸ 19 ປີບ້ານດອນໄຮ່ ແບບຊູ້-ສາວ; ເຊິ່ງໃນໄລຍະຜ່ານມາ, ອໍານາດການປົກຄອງບ້ານ ແລະ ຍາດຕິພີ່ນ້ອງ ຍັງໄດ້ເອີ້ນຜົວ ແລະ ນາງ ເມ ໄປສຶກສາອົບ ຮົມ-ກ່າວເຕືອນ ແຕ່ພວກຜູ້ກ່ຽວຍັງບໍ່ຢຸດເຊົາ ຍັງໄປມາຫາສູ່ກັນຢູ່. ໃນຕົ້ນເດືອນກັນຍາ 2021, ນາງ ດອກຈັນ (ຜູ້ກໍ່ເຫດ) ໄດ້ໄປຫາ ນາງ ເມ ຢູ່ເຮືອນເພື່ອຕັກເຕືອນໃຫ້ຢຸດເຊົາຕິດຕໍ່ກັບຜົວຕົນເອງມາແລ້ວ.ໃນມື້ເກີດເຫດ, ຄືວັນທີ 8 ກັນຍາ 2021,
ເວລາປະມານ 14:00 ໂມງ ນາງ ດອກຈັນ ໄດ້ຊວນໝູ່ອີກ 2 ຄົນ ໄປຕັດໄມ້ຢູ່ສວນບ້ານດົງກະລຶມ ເພື່ອມາເຮັດຄອກໄກ່. ແຕ່ບັງເອີນບໍ່ເຫັນພ້າຢູ່ເຮືອນ ຈຶ່ງຄິດວ່າ: ຜົວເອົາພ້າໄປໄວ້ເຮືອນພີ່ນ້ອງຊື່ ທ້າວ ໂກເຊ່ (ສະຖານທີ່ເກີດເຫດ).
ຈາກນັ້ນ, ຈຶ່ງໄດ້ຂີ່ລົດ ຈັກໄປເອົາພ້າຢູ່ເຮືອນຫຼັງດັ່ງກ່າວ ພາຍຫຼັງທີ່ໄປຮອດຜູ້ກ່ຽວພົບເຫັນເກີບແມ່ຍິງ ແຕ່ຜູ້ກ່ຽວກໍບໍ່ໄດ້ຄິດຫຍັງ ເພາະຄິດວ່າ ເປັນເກີບຂອງແມ່ບ້ານທີ່ມາເຮັດວຽກອານາໄມຢູ່ນັ້ນ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຍ່າງໄປເຄາະປະຕູຫ້ອງນອນ ແມ່ບ້ານ 2-3 ຄັ້ງ.
ເພື່ອຈະຂໍເອົາພ້າ ແລະ ໃນຂະນະນັ້ນພົບເຫັນ ນາງ ເມ ໄຂປະຕູອອກມາ. ເມື່ອເຫັນແນວນັ້ນ, ຈຶ່ງໄດ້ມີປາກສຽງຜິດຖຽງກັນ ແລະ ຍັງໄດ້ໃຊ້ມືຖືຖ່າຍຄລິບວິດີໂອໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ: ທ້າວ ສຸວັນທອນ (ຜົວ) ໄດ້ເອົານາງ ເມ ມາເຊື່ອງໄວ້ຢູ່ເຮືອນພີ່ນ້ອງ. ແຕ່ໃນຂະນະນັ້ນ, ທ້າວ ໂກເຊ່ ແລະ ໝູ່ທີ່ໄປນໍາໄດ້ພາກັນມາຫ້າມເອົາໄວ້ ແຕ່ທັງສອງກໍຍັງສືບຕໍ່ຜິດກັນຢູ່;

ນາງ ດອກຈັນ ຈຶ່ງໄດ້ຍ່າງໄປຈັບເອົານໍ້າ ມັນແອັດຊັງຢູ່ບໍລິເວນໃກ້ຄຽງເຊິ່ງບັນຈຸໄວ້ໃນຕຸກນໍ້າດື່ມຫົວເສຶືອ (ຕຸກກາງ) ປະມານເຄິ່ງຕຸກມາສາດໃສ່ຮ່າງກາຍຂອງນາງ ເມ ພ້ອມທັງໄດ້ໄປຈັບເອົາກັບໄຟ ແລະ ທຽນຢູ່ຮ້ານບູຊາ.
ເພື່ອມາຂີດໄຟໃສ່ທຽນ ແລ້ວເວົ້ານາບຂູ່ວ່າ: ຈະຈູດນາງ ເມ 2-3 ຄັ້ງ. ແຕ່ນາງ ເມໄດ້ເອົາຕົວໄປລີ້ຢູ່ດ້ານຫຼັງຂອງທ້າວ ໂກເຊ່. ເວລາຕໍ່ມາ, ນາງ ດອກຈັນ ທີ່ໄດ້ຂີດໄຟໃສ່ທຽນຢູ່ແລ້ວໄດ້ທຽນຍືນອອກໄປ ເຮັດໃຫ້ຖືກແຂນນາງ ເມ ຈົນເກີດມີໄຟລຸກໄໝ້ຖ້ວມຕົນຕົວນາງ ເມ ຈົນໄດ້ຮັບບາດເຈັບສາຫັດ,
ສ່ວນທ້າວ ໂກເຊ່ ແມ່ນໄດ້ຮັບບາດເຈັບຫຼາຍສົມຄວນ.ເຈົ້າໜ້າທີ່ຍັງ ໃຫ້ຮູ້ອີກວ່າ: ການກະທໍາຂອງ ນາງ ດອກຈັນ ເປັນການກະທໍາໂດຍເຈດຕະນາ, ເຊິ່ງສະແດງອອກວ່າ: ໄດ້ໃຊ້ນໍ້າມັນແອັດຊັງທີ່ເປັນເຊື້ອເພີງສາດໃສ່ຮ່າງກາຍຂອງຜູ້ອື່ນ ແລ້ວໃຊ້ໄຟຈູດໃສ່ ຈົນເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບສາ ຫັດ, ເຊິ່ງການກະທໍາດັ່ງກ່າວ ແຕະຕ້ອງເຖິງຊີວິດ ແລະ ສຸຂະ ພາບຄົນອື່ນ ເປັນການກະທໍາທີ່ອັນຕະລາຍ ແລະ ສະເທືອນຂວັນໃຫ້ແກ່ສັງຄົມ, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາ ໃນຂໍ້ກ່າວຫາ:
ການຄາດຕະກໍາຍ້ອນຖືກກະທົບທາງດ້ານຈິດໃຈ (ຂັ້ນພະຍາຍາມ). ແຕ່ຍ້ອນຜູ້ກ່ຽວມີລູກນ້ອຍ ແລະ ກໍາລັງຖືພາ ເຫັນຕາມາດຕາ 103 ຂໍ້ 2 ຂອງປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ, ຈຶ່ງໃຫ້ຄອບຄົວຄໍ້າປະກັນດ້ວຍເງິນສົດ ຈໍານວນ 30 ລ້ານກີບ.ຢ່າງໃດກໍຕາມ, ຕໍ່ກັບກະດີດັ່ງກ່າວເຈົ້າໜ້າທີ່ຮຽກຂອງມາຍັງພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການຊົມໃຊ້ສື່ອອນໄລ ແລະ ບໍລິໂພກຂໍ້ມູນຂ່າວສານ.
ທີ່ຖືກຕ້ອງຈາກທາງການເທົ່ານັ້ນ.