ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ຈໍານວນ 01 ຄັ້ງ ໃນວັນທີ 20 ກັນຍາ 2021 ເວລາ 05:32 ໂມງ.
ຢູ່ບໍລິເວນ ແຂວງຫລວງນໍ້າ ເຊິ່ງມີຈດສູນກາງຢູ່ເສັ້ນຂະໜານທີ 20.9 ອົງສາເໜືອ ແລະ ເສັ້ນແວງທີ 100.7 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.2 ຣີກເຕີ
ມີຄວາມເລິກຈາກໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວ ຢູ່ບໍລະເວນເມືອງລອງ ແຂວງຫລວງນໍ້າທາ ໂດຍຈຸດເກີດ ແຜ່ນດິນໄຫວແມ່ນຫ່າງຈາກເທສະບານເມືອງລອງ ປະມານ 7 ກິໂລແມັດ.
ເຫດການແຜ່ນດິນໄຫວດັ່ງກ່າວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
