ສຸດບີບຫົວໃຈ..!!ລົດວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ ນ້ອງລອດແຕ່ເອື້ອຍສູນຫາຍ.

ໃນຕອນແລງຂອງວັນທີ 31 ກໍລະກົດ 2022 ລົດວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ ຢູ່ເຂດຄ້ອຍພູອິນຖິນ ( ພູກົກບົກ ) ເມືອງຫີນເຫີບ ແຂວງວຽງຈັນ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຄົນ 1 ຍັງຊອກຫາບໍ່ພົບ ຄາດວ່າຈະຈົມລົງໄປກັບລົດ.

ຂໍ້ມູນເບື້ອງຕົ້ນ: ລົດຄັນດັ່ງກ່າວ ເດີນທາງມາຈາກເມືອງເຟືອງ ພ້ອມຄອບຄົວ, ເຊິ່ງມີທັງຫມົດ 8 ຄົນ ຈະມຸ່ງຫນ້າມານະຄອນຫລວງວຽງຈັນ ມາຮອດຈຸດເກີດເຫດເປັນທາງໂຄ້ງ ແລະ ມີຝົນຕົກ ລົດກະບະວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ, ຜູ້ເຫັນເຫດການ ໄດ້ລົງໄປມຸດຊ່ວຍເມຍ ແລະ ລູກ 1 ຄົນນຳສົ່ງໂຮງຫມໍ ( ທັງສອງປອດໄພ )

.ສ່ວນຜູ້ເປັນຜົວຕິດຢູ່ໃນລົດຮັດເຂັມຄັດ ເຮັດໃຫ້ເສຍຊີວິດ, ສ່ວນລູກສາວອີກ 1 ຄົນ, ຍັງຊອກຫາບໍ່ເຫັນ. ສຳລັບ 6 ຄົນ ແມ່ນປອດໄພ. ຢ່າງໃດກໍດີ, ຕໍ່ກັບເຫດການນີ້ ຂໍສະແດງຄວາມເສຍໃຈນຳຄອບຄົວ ແລະ ຍາດຜູ້ເສຍຊີວິດ.

..

..

ພາບ-ຂ່າວ:ທີມກູ້ໄພ ແລະ ນັກຂ່າວພົນລະເມືອງ

Related Posts

Leave a Reply

Your email address will not be published. Required fields are marked *