ລາຍງານຈາກ ປກສ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ລົງສົມທົບກັບ ປກສ ກຸ່ມສວນມອນ ແລະ ອຳນາດການປົກຄອງບ້ານສວນມອນ ລົງແກ້ໄຂຊາວຕ່າງຊາດທີ່ລະເມີດຄຳສັ່ງເລກທີ 016/ຈນວ.
ຢູ່ເຂດບ້ານສວນມອນ ເມືອງສີສັດຕະນາກ ນວ ທີ່ໄດ້ຕັ້ງວົງດື່ມເຫຼົ້າເບຍເຊິ່ງລວມມີ 06 ຄົນ ປະກອບມີ 3 ສັນຊາດ ຄື:
ສັນຊາດອາເມລິກາ 2 ຄົນ, ສັນຊາດອັງກິດ 2 ຄົນ ແລະ ສັນຊາດໄອສ໌ແລນ 2 ຄົນ ລາຍລະອຽດການດຳເນີນການແກ້ໄຂຈະລາຍງານໃຫ້ຊາບພາຍຫຼັງ.
ຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ໝົດໄປ ແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນມີການລະເມີດ ໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ 020228899774
