ລະເມີດຄຳສັ່ງເລກທີ 016/ຈນວ ນຳໃຊ້ມາດຕະການປັບໃໝຢ່າງເດັດຂາດ
ເວລາ 16:00 ວັນທີ 19 ກັນຍາ 2021, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ເຂົ້າຄວບຄຸມ ຮ້ານຮົ່ມເຢັນ ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ ນວ ພົບເຫັນຜູ້ລະເມີດສັ່ງເລກທີ 016/ຈນວ
ເຊິ່ງກຳນົດໄວ້ໃນຂໍ້້ 9 ແລະ ຂໍ້ 17 ຈຳນວນ 17 ຄົນ ຍິງ 10 ຄົນ ນັ່ງຊຸມແຊວຢູ່ຕູບ ເຊິ່ງຮ້ານດັ່ງກ່າວມີການຂາຍເຄື່ອງດືີ່ມ ທີ ມີ ທາ ດ ເ ຫຼົ້ າ ເຈົ້າໜ້າທີ່ຈຶ່ງໄດ້ນຳໃຊ້ມາດຕະການປັບໃໝລວມເປັນເງິນ 7,150,000 ກີບ
ໃນນີ້ປັບໃໝເຈົ້າຂອງຮ້ານ 3,000,000ກີບ ແລະ ຜູ້ເຂົ້າມາໃຊ້ບໍລິການ 4,150,000 ກີບ.
ຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດ ພະ ຍາ ດ ໂ ຄ ວິ ດ ໃຫ້ໝົດໄປແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່
ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ.
