ຄຳສັ່ງດ່ວນ! ລອັກດາວ ແຂວງຊຽງຂວາງ ຫຼັງກວດພົບຜູ້ຕິດເຊື້ອໂຄວິດ (ວັນທີ 19/09/2021)

• ຄະນະສະເພາະກິດຂັ້ນແຂວງ ແລະ ເມືອງ.

ເຖີງ: ຫົວຫນ້າພະແນກການ, ກອງບັນຊາການ, ຫ້ອງການ, ອົງການຈັດຕັ້ງທັງພາກລັດ-ເອກະຊົນອ້ອມຂ້າງແຂວງ ແລະ ບັນດາເມືອງ.

– ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021

– ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1177/ຫສນຍ ລົງວັນທີ 15 ກັນຍາ 2001 ແລະ ເລກທີ 1187/ຫສນຍ ລົງວັນທີ 18 ກັນຍາ 2021

– ອີງຕາມ ຜົນການປຶກສາຫາລືຂອງຄະນະສະເພາະກິດແຂວງຊຽງຂວາງ ຄັ້ງວັນທີ 19 ກັນຍາ 2021.

ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ(ເຂດບ້ານແດງ) ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆຍັງມີທ່າອ່ຽງເພີ່ມຂຶ້ນ ເຊິ່ງໄດ້ແຜ່ລະບາດຢູ່ໃນຊຸມຊົນເປັນວົງກ້ວາງ ສະນັ້ນ ເພື່ອເພີ່ມຂີດຄວາມສາມມາດໃນການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດໂກວິດ-19 ລະບາດຢູ່ໃນແຂວງຊຽງຂວາງ ຈິ່ງມີຄວາມຈໍາ ເປັນຕ້ອງໄດ້ຍົກລະດັບເລີ່ມມາດຕະການປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດຂື້ນຕື່ມ.

ຮອງເຈົ້າແຂວງ ຫົວຫນ້າຄະນະສະເພາະກິດໂຄວິດ-19 ຂັ້ນແຂວງ ອອກຄໍາສັ່ງ.

Lao Times News | Your Time Your News

Related Posts

Leave a Reply

Your email address will not be published. Required fields are marked *