ດ່ວນ….ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີອອກແຈ້ງທິດຊີ້ນຳຂອງນາຍົກ ເຫັນດີໃຫ້ນະຄອນຫລວງວຽງຈັນ Lockdown.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້:
1. ເຫັນດີອະນຸຍາດໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ປະຕິບັດມາດຕະການປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ ຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນ ທີ 19 ກັນຍາ ເຖິງເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2011 ຕາມການສະເຫນີຂອງນະຄອນຫລວງ. ( ລາຍລະອຽດຢູ່ດ້ານລຸ່ມ )
ມອບໃຫ້ອົງການປົກຄອງນະຄອນ ຫຼວງວຽງຈັນອອກແຈ້ງການມາດຕະການລະອຽດ ແລະ ຖະແຫຼງຂ່າວ ໃຫ້ສັງຄົມຮັຊບ ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
2. ມອບໃຫ້ຄະນະສະເພາະກິດ ໂຄວິດ ຂັ້ນສູນກາງ ສົມທົບກັບ ອົງການປົກຄອງນະຄອນຫຼວງວຽງຈັນ ຮີບຮ້ອນດໍາເນີນການຮັບມື ແລະ ແກ້ໄຂສະພາບການລະບາດດັ່ງກ່າວ ເປັນຕົ້ນ ເລັ່ງຊອກຫາຜູ້ຕິດເຊື້ອ ແລະ ຜູ້ສໍາຜັດ ໃກ້ຊິດ ; ເພີ່ມຈຸດກວດຫາເຊື້ອ, ຈຸດໃຫ້ວັກຊີນ,
• ພ້ອມກັນນັ້ນ, ກໍໃຫ້ສືບສວນຫາແຫຼ່ງທີ່ມາ ແລະ ສາເຫດຂອງການຕິດເຊື້ອ ແລະ ແຜ່ເຊື້ອໃນໂຮງງານ ດັ່ງກ່າວ ໃຫ້ເຫັນໄດ້ເຖິງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງ ລວມທັງ ຜູ້ປະກອບການ ກໍ່ຄື ບຸກຄົນທີ່ພາ ໃຫ້ມີການລະບາດດັ່ງກ່າວ ເພື່ອຖອດຖອນບົດຮຽນບໍ່ໃຫ້ເກີດຂຶ້ນອີກ. “
ຫນ່ວຍກວດຫາເຊື່ອ ແລະ ໃຫ້ວັກຊີນເຄື່ອນທີ່; ກຽມ ແລະ ປັບປຸງ ສູນປິ່ນປົວ ແລະ ສູນຈໍາກັດບໍລິເວນ ເພື່ອຮອງຮັບຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດ ໃຫ້ພຽງພໍ ແລະ ອື່ນໆ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
ດ່ວນ! ແຈ້ງການລ່າສຸດ : ປິດການເດີນທາງ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ວັນທີ 19-30 ກັນຍາ 2021
