ຈະລາຈອນ ນວ ສົມທົບແໜ້ນກັບ ຈະລາຈອນ 9 ຕົວເມືອງ

ປະໂທ້.! ຈະລາຈອນ ນວ ຕັ້ງດ່ານກວດກາພຽງ 24 ຊົ່ວໂມງ ມີຜູ້ລະເມີດເຖີງ 2.032 ຄົນ

*** ຈະລາຈອນ ນວ ສົມທົບແໜ້ນກັບ ຈະລາຈອນ 9 ຕົວເມືອງ ເຂັ້ມງວດກວດກາພາຫະນະ ***

ວັນທີ 17 ກັນຍາ 2021, ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ, ນໍາພາໂດຍ ພັທ ສັງຄົມພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ພ້ອມຄະນະ, ໄດ້ສົມທົບແໜ້ນກັບກໍາລັງຈະລາຈອນ ປກສ 9 ຕົວເມືອງ ໄດ້ສືບຕໍ່ຕັ້ງດ່ານກວດກາພາຫະນະສັນຈອນໄປ-ມາ ຕາມທ້ອງຖະໜົນ ເພື່ອເຕືອນສະຕິນັກຂັບຂີ່ ໃຫ້ຮັບຮູ້ ແລະ ເຂົ້າໃຈກົດລະບຽບການສັນຈອນ ພ້ອມກັນປະຕິບັດຕາມຄໍາສັ່ງເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021, ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃຫ້ເຂັ້ມງວດ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ການຕັ້ງດ່ານກວດກາ ທົ່ວນະຄອນຫຼວງວຽງຈັນ ມີທັງໝົດ 13 ຈຸດ; ໃນນີ້ ຈຸດກວດກາຕະຫຼອດ 24 ຊົ່ວໂມງມີ 6 ຈຸດ ແລະ ຈຸດກວດກາ ແຕ່ເວລາ 22:00 ໂມງ-05:00 ໂມງເຊົ້າ ມີຢູ່ 7 ຈຸດ. ຜ່ານການຕັ້ງດ່ານກວດກາ ຕະຫຼອດ 24 ຊົ່ວໂມງ ພົບເຫັນຜູ້ລະເມີດ 2.032 ຄົນ, ຍິງ 758 ຄົນ ແລະ ດ່ານກວດກາ ເວລາ 22:00 ໂມງ-05:00 ໂມງເຊົ້າ ມີ 695 ຄົນ, ຍິງ 222 ຄົນ ຈຶ່ງໃຊ້ມາດຕະການສຶກສາອົບຮົມກ່າວເຕືອນ.

ດັ່ງນັ້ນ, ກອງບັນຊາການ ປກສ ນວ ຮຽກຮ້ອງນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນ ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ; ພ້ອມທັງປະຕິບັດຕາມຄໍາສັ່ງ, ແຈ້ງການຂອງຄະນະສະເພາະກິດວາງອອກ, ຖ້າບໍ່ມີຄວາມຈໍາເປັນກໍໃຫ້ຢູ່ບ້ານ-ເຮືອນ ເພື່ອປ້ອງກັນການເກີດອຸບັດຕິເຫດ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດ ຢູ່ໃນປັດຈຸບັນນີ້.

Related Posts

Leave a Reply

Your email address will not be published. Required fields are marked *