ອັນຕະລາຍແທ້ໆ! ລະດູຝົນ ເວລາພຽງ 25 ນາທີ ລົດຈັກລົ້ມ 7 ຄັນຊ້ອນ ເສັ້ນທາງໜອງພະຍາ

ຜູ້ໃຊ້ເຟສບຸກຊື່Somboun Masouvanh ໄດ້ໂພສໃນວັນທີ 17/09/2021 ວ່າ :  ເຫດເກີດທີ່ບ້ານໜອງພະຍາ ຮ່ອມ1 ເມືອງໄຊທານີ.+ພຽງແຕ່ 25 ນາທີ ເຫັນລົດຈັກລົ້ມ 7 ຄັນ! ສະນັ້ນຈຶ່ງບໍ່ແປກທີ່ຈະເຫັນລົດລົ້ມມື້ລະບໍ່ຕໍ່າກວ່າ20 ຄັນ. ຄຶດວ່າ.

+ການສ້ອມແປງທາງເພື່ອໃຫ້ການສັນຈອນສະດວກສະບາຍຂຶ້ນນັ້ນເປັນເລື່ອງດີ. ແຕ່ຖ້າສ້ອມແປງແບບບໍ່ໄດ້ມາດຕະຖານແລ້ວເຮັດໃຫ້ເກີດອຸບັດຕິເຫດ(ລົດຈັກລົ້ມ)ບໍ່ຕໍ່າກວ່າ20ຄັ້ງຕໍ່ມື້ ກໍຄວນຈະພິຈາລະນາຄືນໃໝ່ ເພາະວ່າມັນສ້າງຄວາມເສຍຫາຍທາງດ້ານຊັບສິນ, ຮ່າງກາຍແລະຈິດໃຈຫຼາຍ.

ບາງຄົນເປັນລູກຈ້າງເຂົາ ເຖິງວ່າຈະໄດ້ຮັບບາດເຈັບພຽງໃດກໍຍັງຕ້ອງຈຳໃຈກັບໄປອາບນໍ້າຢູ່ເຮືອນ ປ່ຽນເຄື່ອງນຸ່ງ ກິນຢາປາຣາໃສ່ສອງເມັດແລ້ວຮີບຟ້າວໄປເຮັດວຽກ. ວານນີ້ຄົນສົ່ງອາຫານຟຸດແພນດາລົ້ມຈົນອາຫານກິ້ງຊະຕາມທາງ ແລ້ວໃຜຈະທົດແທນຄ່າອາຫານໃຫ້ລາວ (ຍັງບໍ່ນັບເຄື່ອງນຸ່ງຂາດແລະການເຈັບປວດຈາກບາດແຜ).

ມື້ນີ້ແມ່ບ້ານຄົນໜຶ່ງລົ້ມຍ້ອນມີຜູ້ລົ້ມຢູ່ທາງໜ້າລາວແບບກະທັນຫັນ ຈົນເຮັດໃຫ້ໂທລະສັບ(ທີ່ຫາກໍຊື້ໄດ້ເດືອນປາຍ)ແຕກ ໂຄມໄຟແລະເຄື່ອງອຸປະກອນຂາຍເລກອອນລາຍກໍແຕກ ລົດຈັກກໍເພ.

.(ຜູ້ທີ່ເອົາດິນມື່ນມາຖົມທາງບໍ່ຮູ້ບໍ່ເຫັນແລະບໍ່ມາຮັບຜິດຊອບຊ່ວຍເລີຍ…)ມື້ນີ້ກໍມີຄົນເຈ່ຍລູກນ້ອຍຊ້ອນລົດຜົວພາກັນລົ້ມ ແຕ່ເປັນຈັ່ງບຸນ ບໍ່ໄດ້ຮັບບາດເຈັບ (ພຽງແຕ່ສາຍເກີບແຕະເມຍຫຼຸດ). ເຫັນສະພາບແລ້ວໜ້າຕົກໃຈ.

These are evidences (7 cases in 25 minutes)ົ້

Related Posts

Leave a Reply

Your email address will not be published. Required fields are marked *