ສຸດເສົ້າ!​ ຟ້າຜ່າ​ງົວ​ຕາຍ​ 14​ ໂຕ​ ເສຍຫາຍ​ມູນຄ່າ​ 70​ ລ້ານກວ່າກີບ

ສຸດເສົ້າ!​ ຟ້າຜ່າ​ງົວ​ຕາຍ​ 14​ ໂຕ​ ເສຍຫາຍ​ມູນຄ່າ​ 70​ ລ້ານກວ່າກີບ.

ເກີດເຫດການຟ້າຜ່າງົວຢູ່ທີ່ບ້ານໃຫຍ່ດອນເກືອ ໃນວັນທີ​ 16 ກັນຍາ​ 2021​ ໄດ້ມີຝົນຕົກໜັກ ແລະ​ ໄດ້ເກີດເຫດການຟ້າຜ່າງົວ ໃນເວລາ​ 22:30​ ນາທີ.

ຢູ່ທີ່ສວນຫຍ້າລ້ຽງສັດຂອງ ທ່ານ​ ອູ້ມ ພົມສິດ ຢູ່ໃນເຂດນາຫ້ວຍບົງ​ ບ້ານໃຫຍ່ດອນເກືອ​ ເມືອງບໍ່ແຕນ​ ແຂວງໄຊຍະບູລີ.​

ຕາມການລາຍງານເບື້ອງຕົ້ນຂອງເຈົ້າຂອງງົວວ່າ ງົວຖືກຟ້າຜ່າ ໃນຄັ້ງນີ້ເປັນຈຳນວນງົວທັງໝົດ 14​ ໂຕ,​ ງົວຜູ້​ 7​ ໂຕ​ ເຊິ່ງລວມມູນຄ່າເສຍຫາຍທັງໝົດ 72.000.000 ກີບ.

ຂ່າວ: ຫ້ອງການ​ ຖວທ​ ເມືອງບໍ່ແຕນ

Related Posts

Leave a Reply

Your email address will not be published. Required fields are marked *