News

ດ່ວນ! ໄຟຟ້າ ນວຈ ແຈ້ງການ ຫ້າມຊຳລະເງິນຄ່າກະແສໄຟຟ້າ ນໍາພະນັກງານສົ່ງໃບບິນໂດຍກົງ

ສາຂາໄຟຟ້ານະຄອນຫຼວງ1 ໄດ້ອອກແຈ້ງການ ເຖິງພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ໄຟຟ້າຂອງລັດວິສາຫະກິດໄຟຟ້າລາວ ທີ່ບ້ານ ອ່າງໃຫຍ່, ບ້ານ ຫ້ວຍຫ້ອມ ແລະ ບ້ານ ໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອຊາບທົ່ວເຖິງກັນດັ່ງລຸ່ມນີ້:

1. ນັບແຕ່ວັນທີ 01 ເດືອນ ກັນຍາ ປີ 2021 ເປັນຕົ້ນໄປ, ຫ້າມບໍ່ໃຫ້ຊຳລະເງິນຄ່າກະແສໄຟຟ້ານຳພະນັກງານສົ່ງໃບບິນໂດຍກົງ

2. ການຊຳລະເງິນຄ່າໄຟຟ້າຢູ່ເຂດດັ່ງກ່າວ ແມ່ນໃຫ້ໄປຊຳລະຢູ່ສູນບໍລິການຈຸດຕ່າງໆ ຂອງລັດວິສາຫະກິດໄຟຟ້າລາວ, ຢູ່ນຳທະນາຄານທີ່ຮັບບໍລິການ, ຜ່ານທາງຕູ້ ATM ຜ່ານທາງມືຖືດ້ວຍ BCEL One ຂອງທະນາຄານການຄ້າຕ່າງປະເທດ ແລະ LDB trust ຂອງທະນາຄານພັດທະນາລາວ.

3. ຖ້າຫາກທ່ານມີຂໍ້ສົງໃສ, ມີຄຳຖາມ, ສອບຖາມຂໍ້ມູນ ແລະ ແຈ້ງເບາະແສບັນຫາຕ່າງໆທີ່ກ່ຽວຂ້ອງກັບໄຟຟ້າລາວ ທ່ານສາມາດແຈ້ງໄປທາງສາຍດ່ວນຂອງລັດວິສາຫະກິດໄຟຟ້າລາວ ໂທ: 1199

Related Articles

Leave a Reply

Your email address will not be published. Required fields are marked *

Back to top button